ຄະ​ນະ​ປະ​ຕິ​ບັດ​ງານ UNAMA: ການ​ໃຊ້​ຄວາມ​ຮ​ຸນ​ແຮງ​ເພີ່ມ​ຂຶ້ນ​ຢູ່ ອາບ​ກາ​ນິດ​ສະ​ຖານ​ພາຍຫຼັງ ອາ​ເມ​ລິ​ກາ ແລະ ຕາ​ລີ​ບານ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

(VOVWORLD) -ການໃຊ້ຄວາມຮຸນແຮງໄດ້ເພີ່ມຂຶ້ນຢູ່ ອາບການິດສະຖານ ພາຍຫຼັງ ຂະນະທີ່ ອາເມລິກາ ແລະ ຕາລີບານບັນລຸໄດ້ຂໍ້ຕົກລົງມາເປັນເວລາ 2 – 3 ອາທິດ ເຊິ່ງໄດ້ຮັບຖືວ່າ ແມ່ນ ການເປີດຊ່ອງທາງໃຫ້ແກ່ວິວັດທະນາການສ້າງສັນຕິພາບຢູ່ ປະເທດອາຊີໃຕ້ນີ້. 
ຄະ​ນະ​ປະ​ຕິ​ບັດ​ງານ UNAMA: ການ​ໃຊ້​ຄວາມ​ຮ​ຸນ​ແຮງ​ເພີ່ມ​ຂຶ້ນ​ຢູ່ ອາບ​ກາ​ນິດ​ສະ​ຖານ​ພາຍຫຼັງ ອາ​ເມ​ລິ​ກາ ແລະ ຕາ​ລີ​ບານ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ - ảnh 1

ພະນັກງານຄວາມໝັ້ນຄົງອາບປະນິດສະຖານ ຢູ່ສະຖານທີ່ເກີດເຫດບຸກໂຈມຕີຢູ່ Kabul ໃນວັນທີ 11 ກຸມພາ 2020 (ພາບ: AFP/TTXVN) 

ຕາມບົດລາຍງານປະຈຳໄຕມາດຂອງ ຄະນະປະຕິບັດງານໜູນຊ່ວຍ ສປຊ ປະຈຳ ອາບການິດສະຖານ (UNAMA) ໃນວັນທີ 27 ເມສາ ແລ້ວ, ການໃຊ້ຄວາມຮຸນແຮງເພີ່ມຂຶ້ນຢູ່ ອາບການິດສະຖານໃນເດືອນມີນາ ທີ່ຜ່ານມາ, ເຊິ່ງເປັນຈຸດເວລາທີ່ໄດ້ຮັບຄວາມຫວັງວ່າ ຈະເລີ່ມດຳເນີນບັນດາການເຈລະຈາລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ຕາລີບານ, ເຮັດໃຫ້ມີສາມັນຊົນ 500 ຄົນ ຖືກເສຍຊີວິດ ແລະ ຜູ້ຖືກຮັບບາດເຈັບ ກ່ວາ 700 ຄົນ.

ເຖິງຢ່າງໃດກໍ່ຕາມ, UNAMA ໃຫ້ຮູ້ ວ່າ ຈຳນວນຜູ້ເສຍຊີວິດໃນໄຕມາດທີ I ໄດ້ຫຼຸດລົງ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ຍ້ອນວ່າ ການປະທະກັນໄດ້ຢຸດຕິຊົ່ວຄາວໃນເດືອນມັງກອນ ແລະ ເດືອນ ກຸມພາທີ່ຜ່ານມາ .

ທ່ານນາງ Deborah Lyons ຜູ້ນຳໜ້າ UNAMA ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ເປັນປໍລະປັກກັນຢູ່ ອາບການິດສະຖານ ຢຸດຕິການໃຊ້ຄວາມຮຸນແຮງກໍ່ຄືສ້າງອອກຄຳສັ່ງຢຸດຍິງ, ພ້ອມທັງເລີ່ມດຳເນີນການເຈລະຈາເພື່ອປົກປ້ອງຊີວິດອິນຊີຂອງສາມັນຊົນ ແລະ ນຳມາເຊິ່ງຄວາມຫວັງກ່ຽວກັບອະນາຄົດທີ່ສົດໃສກ່ວາມາໃຫ້ປະເທດນີ້ິ້.

ຕອບກັບ

ຂ່າວ/ບົດ​ອື່ນ