ຄະນະປະຕິບັດງານ ກົມການເມືອງເຮັດວຽກ ຢູ່ແຂວງຫວິ້ງລອງ

ຄະນະປະຕິບັດງານ ກົມການເມືອງເຮັດວຽກ ຢູ່ແຂວງຫວິ້ງລອງ - ảnh 1

(ພາບ: vov.vn)

(vovworld)-​  ວັນ​ທີ 17/8, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ​ຜູ້​ປະຈຳຄະນະ ເລຂາ​ ນຳ​ໜ້າຄະນະ​ກວດກາ​ຂອງ​ກົມ​ການ​ເມືອງລົງ​ເຮັດວຽກ​ຢູ່​ແຂວງ​ຫວິ້ງ​ລອງ ກ່ຽວ​ກັບ​ການຈັດຕັ້ງປະຕິບັດມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“ ​ແລະ ຄຳ​ສັ່ງ​ເລກທີ 03 ກ່ຽວ​ກັບ “ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະ​ທານ​ໂຮ່ຈິ​ມິນ“. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຮົ່ງ​ແອ​ງ ຕີ​ລາຄາ​ວ່າ ການ​ຈັດຕັ້ງຜັນ​ຂະຫຍາຍ ຊາບ​ຊືມມະຕິ​ສູນ​ກາງ​ພັກ​ຄັ້ງທີ 4, ຄຳ​ສັ່ງ​ເລກທີ 03 ຢູ່​ອົງຄະ​ນະ​ພັກ​ແຂວງ​ຫວິ້ງ​ລອງ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຖືກຕ້ອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ. ກ່ຽວ​ກັບ​ການ​ຊີ້​ນຳ​ປະຕິບັດມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຮົ່ງ​ແອ​ງ​ເວົ້າວ່າ:

  “ຜ່ານ​ການກວດ​ກາ​ໃຫ້​ເຫັນ​ວ່າ ຕ້ອງ​ເພີ່ມ​ເຕີມ​ແຜນການ, ມາດ​ຕະການ​ໃຫ້​ເໝາະ​ສົມ, ຕ້ອງ​ແກ້​ໄຂ​ບັນດາ​ຈຸດ​ອ່ອນທີ່​ໄດ້​ຮັບ​ການ​ສະຫລຸບ​ ສຳ​ຫຼວດຕີ​ລາຄາ ​ຜ່ານ​ການ​ຕຳນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອ​ນສະຫາຍ​ຢ່າງ​ທັນ​ການ​ ​ແລະ ມີ​ປະສິດທິ​ຜົນ. ທາງ​ແຂວງ​ຕ້ອງ​ສືບ​ຕໍ່​ຊີ້​ນຳ​ນຳພາ​ອຳນາດ​ການ​ປົກຄອງ ​ໃນ​ການກວດກາ​ການ​ປະຕິບັດ​ບັນດາ​ເຫດການ ​ແລະ ປະຕິບັດ​ຫຼັງ​ການ​ສຳ​ຫຼວດຕີ​ລາຄາ ​ໂດຍ​ສະ​ເພາະ​ແມ່ນ​ການ​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ​ໃນ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ໄດ້​ຍົກ​ອອກ​ມາ“.

 

ຂ່າວ/ບົດ​ອື່ນ