ຄະນະປະຕິບັດງານ ກະຊວງປ້ອງກັນປະເທດ ຢ້ຽມຢາມໝູ່ເກາະ ເຈື່ອງຊາ

ຄະນະປະຕິບັດງານ ກະຊວງປ້ອງກັນປະເທດ ຢ້ຽມຢາມໝູ່ເກາະ ເຈື່ອງຊາ - ảnh 1
​ພົນ​ໂທ ຫງວຽນ​ແທ່ງ​ກຸງ ຢ້ຽມຢາມ​ໝູ່​ເກາະ​ເຈື່ອງ​ຊາ
(ພາບ: qdnd.vn)


(vovworld) - ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ປະຕິບັດ​ງາ​ນຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການສູນ​ກາງ, ບັນດາ​ອົງການ​ສື​ມວນ​ຊົນ​ພາຍ​ໃນ ​ແລະ ນອກ​ກອງທັບ ​ໂດຍ​ພົນ​ໂທ ຫງວຽນ​ແທ່ງ​ກຸງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ຫົວ​ໜ້າ​ຄະນະ, ​ໄດ້​​ເດີນທາງ​ໄປ​ຍັງ​ໝູ່​ເກາະ ​ເຈື່ອງ​ຊາ ​ເພື່ອກຳ​ແໜ້ນ​ສະພາບ​ການ​ບົນ​ທະ​ເລ.

        ​ເມື່ອ​ໂອ້​ລົມກັບ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ເກາະ​ເຈື່ອງ​ຊາ, ​ເມືອງ ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ, ພົນ​ໂທ ຫງວຽນ​ແທ່ງ​ກຸງ ​ເນັ້ນໜັກ​ວ່າ, ພະນັກງານ, ນັກຮົບຕ້ອງ​ສືບ​ຕໍ່​ຊາບ​ຊຶມ, ກຳ​ແໜ້ນ ​ແລະ ໝູນໃຊ້​ທັດສະນະ, ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະໝີ​ປາຍຂອງ​ພັກ​ກອມ​ມູນິດ​ຫວຽ​ດນາມ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປະພຶດ​ບົນ​ທະ​ເລ​ຕາ​ເວັນ​ອອກ (DOC) ປົກ​ປັກ​ຮັກສາ​ເຂດ​ທະ​ເລ, ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ. ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ເມືອງ​ເກາະ​ເຈື່ອງ​ຊາ ​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ​ກ່ຽວ​ກັບ​ດ​້ານ​ເສດ​ຖະກິດ, ວັດທະນະທຳ, ສັງຄົມ, ​ສົມທົບດ້ານ​ເສດຖະກິດກັບການປ້ອງ​ກັນຊາ​ດຢ່າງ​ແໜ້ນ​ແຟ້ນ. ກໍ່ສ້າງ​ເກາະ​ເຈື່ອງ​ຊາ ​ໃຫ້​ກາຍ​ເປັນ​ເຂດ​ປ້ອງ​ກັນ​ທີ່ໝັ້ນຄົງ​ເຂັ້ມ​ແຂງ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດຫວຽດນາມ ສັງຄົມ​ນິຍົມ​ບົນ​ທະ​ເລ, ​ທັງ​ເປັນ​ບ່ອນ​ອີງທີ່​ໄວ​້​ເນື້ອ​ເຊື່ອ​ໃຈ​​ເພື່ອໃຫ້​ຊາວ​ປະມົງ​​ເຄື່ອນ​ໄຫວ​ບົນທະ​ເລ, ກຽມພ້ອມ​ປະຕິບັດ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ເປັນ​ຢ່າງ​ດີ, ສ້າງ​ອົງຄະ​ນະ​ພັກ​ອຳນາດ​ການ​ປົກຄອງ ​ແລະ ກຳລັງ​ປະກອບ​ອາວຸດ​ໃນ​ເກາະ​ຢ່າງປອດ​ໄສ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ