ຄະນະປະຕິບັດງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເຮັດວຽກຢູ່ນິວຢອກ

ຄະນະປະຕິບັດງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເຮັດວຽກຢູ່ນິວຢອກ - ảnh 1
ການເຮັດວຽກຂອງຄະນະ
(ພາບ: Lê Dương-  TTXVN )

(​vovworld) – ​​​​ໃນ​ລະຫວ່າງ​ວັນ​ທີ 15 ​– 16/3, ຄະນະ​ປະຕິບັດ​ງານ ຫວຽດນາມ ​ໂດຍທ່ານ​ ຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະກຳມະການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ ນຳ​ໜ້າ​ໄດ້​ມີ​ການ​ພົບ​ປະ​ຄັ້ງ​ຕ່າງ​ໆ ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ນະຄອນ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ແທງ​ເຊີນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ປະຈຳ ຫວຽດນາມ ຢູ່ ສປຊ ມີ​ການ​ພົບ​ປະ​ກັບ​ສະມາຄົມຊາວ​ໜຸ່ມ​, ນັກ​ສຶກສາ ຫວຽດນາມ ຢູ່ ອາ​ເມ​ລິ​ກາ, ສະມາ​ຊົມ​ຊາວ​ໜຸ່ມ ຫວຽດນາມ ປະຈຳ ນິວຢອກ, ຜູ້ຕາງໜ້າ​ບັນດາ​ອົງກາ​ນຈັດ​ຕັ້ງຊາວ ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດ​ຂອງ ຫວຽດນາມ ປະຈຳ ນິວຢອກ. ນອກຈາກ​ນັ້ນ, ຄະນະ​ກໍ່​ໄດ້​​ໄປ​ຢ້ຽມຢາມ​ບາງ​ຄອບຄົວ​ຊາວ ຫວຽດນາມ ອາ​ໄສຢູ່​ທີ່​ນີ້. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​​ແທງ​ເຊີນ ປາດ​ຖະໜາ​ວ່າ ພໍ່​ແມ່​ປະຊາຄົມ​ຊາວ ຫວຽດນາມ ຢູ່ ນິວຢອກ ສືບ​ຕໍ່​ອວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫົ້ງາ​ກໍ່, ປະ​ເທດ​ຊາດ ດ້ວຍ​ບັນດາ​ນ້ຳ​ໃຈ​ສັດຊື່ ​ແລະ ການ​ປະກອບ​ສ່ວນຢ່າງ​ຕັ້ງໜ້າ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ, ປະກອບສ່ວນ​ໃຫ້​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ.





ຂ່າວ/ບົດ​ອື່ນ