ຄະນະປະຕິບັດງານຂອງອົງການກວດກາລັດຖະບານ ໄດ້ລົງເຮັດວຽກຢູ່ ແຂວງ Lai Chau

ຄະນະປະຕິບັດງານຂອງອົງການກວດກາລັດຖະບານ ໄດ້ລົງເຮັດວຽກຢູ່ ແຂວງ Lai Chau - ảnh 1
ຄະນະ​ປະຕິບັດ​ງານ​ອົງການ​ກວດກາ​ລັດຖະບານເຮັດວຽກ
ກັບການນຳແຂວງ Lai Chau
ພາບ:internet


(vovword)- ວັນ​ທີ 29/5, ຄະນະ​ປະຕິບັດ​ງານ​ອົງການ​ກວດກາ​ລັດຖະບານ ​ໂດຍ​ທ່ານ Huynh Phong Tranh ຫົວຫນ້າ​ອົງການ​ດັ່ງກ່າວ​ນຳ​ຫນ້າ ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ແຂວງ Lai Chau. ຄະນະ​ໄດ້​ຮັບ​ຟັງ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ​ໃນປີ 2011, ລາຍ​ງານ​ໝາກຜົນ​ການ​ປະຕິບັດ​ຫນ້າ​ທີ່​ວຽກ​ງານ​ກວດກາ, ​ແກ້​ໄຂ​ຄຳ​ຮ້ອງທຸກ, ກ່າວ​ຟ້ອງ ​ແລະ ປ້ອງ​ກັນ, ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ​ໃນ 5 ​ເດືອນ​ຕົ້ນ​ປີ 2012. ສະ​ຫລຸບ​ການ​ເຮັດ​ວຽກ, ຫົວຫນ້າ​ອົງການ​ກວດກາ​ລັດຖະບານ Huynh Phong Tranh ​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ Lai Chau ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ເວົ້າ​ລວມ ​ແລະ ​ໃນ​ການ​ເຄື່ອນ​ໄຫວ​ກວດກາ, ​ແກ້​ໄຂ​ຄຳ​ຮ້ອງທຸກ, ກ່າວ​ຟ້ອງ, ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເວົ້າ​ສະ​ເພາະ ພ້ອມ​ທັງ​ເນ​ັ້ນຫນັກ​ວ່າ: ​ແຂວງ Lai Chau ຄວນ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສ້າງ​ແຜນການ​​ເປັນ​ຈຸດ​ສຸມ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ, ການ​ລົງທຶນ​ກໍ່ສ້າງ, ຮັບ​ປະກັນ​ຊີວິດ​ການ​ເປັນ​ຢູ່​ຢ່າງ​ເປັນ​ປົກກະຕິ​ໃຫ້​ແກ່​ປະຊາຊົນ, ຮັບ​ປະກັນ​ຄຸນ​ນະພາ​ບການ​ກວດກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ