ຄະນະປະຕິບັດງານຄະນະກຳມະການຊົນເຜົ່າ ເຮັດວຽກຢູ່ແຂວງຟຸອຽນ

ຄະນະປະຕິບັດງານຄະນະກຳມະການຊົນເຜົ່າ ເຮັດວຽກຢູ່ແຂວງຟຸອຽນ - ảnh 1
ຄະນະປະຕິບັດງານຄະນະກຳມະການຊົນເຜົ່າ ເຮັດວຽກຢູ່ແຂວງຟຸອຽນ
(ພາບ: TTXVN)


​(vovworld) –  ຕອນ​ບ່າຍ​ວັນ​ທີ 12/04, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ ​ໂດຍທ່ານ​ລັດຖະມົນຕີ​ວ່າການ, ຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື, ນຳ​ໜ້າ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຟຸອຽນ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ບັນດາ​ນະໂຍບາຍ​ຊົນ​ເຜົ່າ​ໃນ​ບໍລິ​ເວນ​ແຂວງ. ທ່ານ​ລັດຖະມົນ​ຕີ​ວ່າການ, ປະທານ​ຄະນະ​ກຳມະການຊົນ​ເຜົ່າ ຢ່າງ​ແຊວ​ຝື ສະ​ເໜີ​ໃຫ້​ແຂ​ວງຟຸອຽນ, ​ໂດ​ຍສະ​ເພາະ​ແມ່ນ​ຕາ​​ແສງ​, ​ເມືອງ​ເຂດ​ພູດ​ອຍ ຕ້ອງ​ມີ​ມະ​ຕິ​ກ່ຽວ​ກັບກາ​ນຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໃຫ້​ປະຊາຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ; ສູ້​ຊົນ​ຮອດ​ປີ 2020 ຈະ​ບໍ່​ມີຄ​ອບຄົວ​ທຸກ​ຍາກ​ໂດຍພື້ນຖານ. ຄຽງ​ຂ້າງ​ນັ້ນ, ​ແຂວງ ຕ້ອງ​ສຳ​ຫຼວດກວດກາ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ເປັນ​ຢ່າງ​ດີກ​ວ່າ​ອີກ.
ຂ່າວ/ບົດ​ອື່ນ