ຄະນະປະທານສະພາແຫ່ງຊາດຮຸງກາຣີຢ້ຽມຢາມຫວຽດນາມຢ່າງເປັນທາງການ

ຄະນະປະທານສະພາແຫ່ງຊາດຮຸງກາຣີຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
​ທ່ານ Kover Laszlo ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ
(ພາບ: ອິນເຕີນແນັດ)

(vovworld) – ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ຫງວຽນ​ຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ ​ໂດຍ​ທ່ານ Kover Laszlo ປະທານ​ສະພາ​ແຫ່ງ​ຊາດ ນຳ​ໜ້າ ຈະ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 8 – 13/11/2015. ກ່ອນ​ນີ້ 65 ປີ ວັນ​ທີ 3/2/1950, ຮຸງ​ກາຣີ ​ໄດ້ຮັບຮອງ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ນີ້​ເປັນຂີດ​ໝາຍການ​ມີໜ້າ​ຂອງ ຮຸງ​ກາຣີ ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ. 2 ປະ​ເທດ​ໄດ້​ຈັດ​ຕັ້ງ​​ບັນດາ​ການ​​ເຄື່ອນ​ໄຫວ​ຢ້ຽ​ມຢາມ ​ແລະ ​ແລກປ່ຽນ​ຄະນະ​ຂັ້ນ​ສູງ​ເປັນ​ປະຈຳ. ຫວ່າງ​ແລ້ວ​ນີ້​, ​ໃນ​ເດືອນ 11/2014, ທ່ານ​ປະທານາທິບໍດີ ຮຸງ​ກາຣີ Ader Janos  ພ້ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດ ຮຸງ​ກາຣີ ​ໄດ້​ມີ​ການ​ຢ້ຽມ​ຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ. ດ້ວຍ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ​​ໃນ​ຫລາຍ​ຂົງ​ເຂດ, ການ​ຢ້ຽມຢາມ ຫວຽດນາມ ​ໃນ​​ໄລຍະ​ຈະ​ມາ​ເຖິງ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo ​ໄດ້​ຮັບ​​ຫວັງ​ວ່າ: ຈະ​ສືບ​ຕໍ່​ຍົກ​ສູງ​ການ​ພົວພັນລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ ​ແລະ ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ຮຸງ​ກາຣີກ່ວາ​ອີກ.

ຂ່າວ/ບົດ​ອື່ນ