ຄະນະຜູ້ຊ່ວຍວຽກສະມາຊິກສະພາແຫ່ງຊາດອາເມລິກາຢ້ຽມຢາມຫວຽດນາມ

ຄະນະຜູ້ຊ່ວຍວຽກສະມາຊິກສະພາແຫ່ງຊາດອາເມລິກາຢ້ຽມຢາມຫວຽດນາມ - ảnh 1

(vovworld)-​ວັນ​ທີ 10/4, ຢູ່​ຮ່າ​ໂນ້ຍ, ທ່ານ ໂດນ​ຕວນ​ຟອງ, ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​​ທິ​ການ​ສະ​ຫະ​ພັນບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ຮອງ​ປະ​ທານ​ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ຊ່ວຍ​ວຽກ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໂດຍ​ທ່ານ Alex Harrison Herrgott, ຮອງ​ຫົວ​ຫນ້າ​ຫ້ອງ​ການ, ຄະ​ນະ​ກຳ​ມະ​ການ​ສິ່ງ​ແວດ​ລ້​ອມ ແລະ ກິດ​ຈະ​ກຳ​ສາ​ທາ​ລະ​ນະ​ຂອງ​ສະ​ພາ​ສູງອາ​ເມ​ລິ​ກາ ເປັນ​ຫົວ​ຫນ້າ​ຄະ​ນະ​ພວມ​ຢ້ຽມ​ຢາມ​ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ​ແຕ່​ວັນ​ທີ 3-12/4. ທ່ານ​ໂດນ​ຕວນ​ຟອງ ປາດ​ຖະ​ຫນາ​ວ່າ ການ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກຂອງ​ຄະ​ນະ​ຢູ່​ຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ Alex Harrison Herrgott ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ທະ​ຫານ​ຜ່ານ​ເສິກ ອາ​ເມ​ລິ​ກາ ຢູ່ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ແລະ ຊອກ​ຫາ​ທະ​ຫານ​ອາ​ເມ​ລິ​ກາ​ຖືກ​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ​ຢູ່​ຫວຽດ​ນາມ ເປັນ​ການປະ​ກອບ​ສ່ວນ​ຮຳ​ບາດ​ແຜ​ສົງ​ຄາມ.

 

 

 

ຂ່າວ/ບົດ​ອື່ນ