ຄະນະຜູ້ແທນ ຫວຽດນາມ ປະຈຳ ເຊີແນວ ເຂົ້າຮ່ວມການກະກຽມກອງປະຊຸມລັດຖະສະພາບັນດາປະເທດ ອາຊີ - ປາຊີຟິກ

(VOVWORLD) - ຫວ່າງມໍ່ໆນີ້, ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ, ເຂົ້າຢ້ຽມຂ່ຳນັບທ່ານ Martin Chungong, ເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU). 

ຄະນະຜູ້ແທນ ຫວຽດນາມ ປະຈຳ ເຊີແນວ ເຂົ້າຮ່ວມການກະກຽມກອງປະຊຸມລັດຖະສະພາບັນດາປະເທດ ອາຊີ - ປາຊີຟິກ - ảnh 1 ທ່ານເອກອັກຄະລັດຖະທູດ ເຢຶອງຈີ໋ຢູ້ງ (ເບື້ອງຊ້າຍ) ແລະ ທ່ານເລຂາທິການໃຫຍ່ IPU  Martin Chungong

(ພາບ: ຈາກສຳນັກຂ່າວສານ ຫວຽດນາມ)

ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລື ກ່ຽວກັບກອງປະຊຸມລັດຖະສະພາບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ ໂດຍສະຫະພັນລັດຖະສະພາສາກົນ (IPU) ແລະ ສະພາແຫ່ງຊາດ ຈັດຕັ້ງແຕ່ວັນທີ 11 -13/5 ຢູ່ນະຄອນ ໂຮ່ຈີມິນ, ສຸມໃສ່ເຂົ້າໃນການປ່ຽນແປງຂອງດິນຟ້າອາກາດ - ບັນຫາເຊິ່ງ ຫວຽດນາມ ມີບົດບາດຕັ້ງໜ້າທີ່ສຸດ. ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ ຖືວ່າ ກອງປະຊຸມຄັ້ງນີ້ຈະນຳບັນດາລັດຖະສະພາໃນພາກພື້ນຫຍັບມໍ່ເຂົ້າກັນກ່ວາ, ແບ່ງປັນບົດຮຽນ, ເສີມຂະຫຍາຍບົດບາດຕັ້ງໜ້າຂອງບັນດາລັດຖະສະພາໃນການເຄື່ອນໄຫວລະດັບຊາດ ເພື່ອແນໃສ່ປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ, ພິເສດແມ່ນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ຈະສືບຕໍ່ປະຕິບັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ IPU ແລະ ສະພາແຫ່ງຊາດ ຫວຽດນາມ.

        ທ່ານເລຂາທິການໃຫຍ່ Martin Chungong ໃຫ້ຮູ້ວ່າ: ທ່ານຖື ຫວຽດນາມ ແມ່ນບ້ານເກີດເມືອງນອນແຫ່ງທີ 2, ພ້ອມທັງໄດ້ຢ້ຳຄືນການພົວພັນຮ່ວມມື, ພິເສດແມ່ນການຮ່ວມມື 3 ຝ່າຍໃນຂົງເຂດກະສິກຳຈາກຫຼາຍທົດສະວັດລະຫວ່າງ ຫວຽດນາມ ແລະ Cameroon - ບ້ານເກີດເມືອງນອນຂອງທ່ານ. ທ່ານກໍ່ມີຄວາມປະທັບໃຈຕໍ່ການພັດທະນາຂອງ ຫວຽດນາມ, ຖືວ່າ ຮູບແບບການພັດທະນາບັນລຸຜົນສຳເລັດຂອງ ຫວຽດນາມ ໃນຊຸມປີຜ່ານມາຈະແມ່ນບົດຮຽນເພື່ອໃຫ້ບັນດາປະເທດພວມພັດທະນາທາບທາມ ແລະ ໝູນໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ