ຄະນະຜູ້ແທນກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຣານຢ້ຽມ ຢາມຫວຽດນາມ

ຄະນະຜູ້ແທນກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຣານຢ້ຽມ ຢາມຫວຽດນາມ - ảnh 1
ຄະ​ນະ​ໄດ້​ວາງ​ພວງ​ມາ​ລາ​ຢູ່​ສຸ​ສານ​ປ​ະ​ທານ ໂຮ່​ຈີ​ມິນ
(ພາບ: bqllang.gov.vn)

(vovworld) ​​-  ຕອນ​ບ່າຍ​ວັນ​ທີ 20/11, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮິງງອກ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ​ອີຣານ-ຫວຽດນາມ ​ໂດຍ​ທ່ານ Hossein Sobhaninia, ກຳມະການ​ຄະນະ​ປະທານ​ສະພາ​ແຫ່ງ​ຊາດ​ ອີຣານ ທັງ​ເປັນ​ປະທານກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ​ອີຣານ-ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຮິ​ງງອກ​ເຊີນ ​ເນັ້ນ​ໜັກ​ວ່າ: ສະພາ​ແຫ່ງ​ຊາດ​ຫວຽດນາມ​ຍາມ​ໃດ​ກໍ່​ສະໜັບສະໜູນ​ສ້າງ​ເງື່ອນ​ໄຂ​ຊຸກຍູ້ການ​ຮ່ວມ​ມື ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ ລະຫວ່າງ​ລັດຖະບານ 2 ປະ​ເທດ ​ເພື່ອ​ບັນດາ​ສັນຍາ, ຂໍ້​ຕົກລົງ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ.

           ສ່ວນ​ທ່ານ Hossein Sobhaninia ປາດ​ຖະໜາ​ວ່າ: ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ 2 ປະ​ເທດ​ເພີ່ມ​ທະວີ​ການ​ແລກປ່ຽນ, ສະໜັບ ສະໜູນ​ເຊິ່ງກັນ ​ແລະ ກັນ, ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ​ຢ່າງ​ແໜ້ນ​​ແຟ້ນກ່ວາ​ອີກ. ທ່ານ Hossein Sobhaninia ຢັ້ງຢືນ​ວ່າ: ຈະ​ພ້ອມ​ກັບ​ບັນດາ​ສະມາຊິກ​ລັດຖະສະພາ​ຂອງ​ອີຣານ ສືບ​ຕໍ່​ປະກອບສ່ວນ​ເຂົ້າ​​ໃນການ    ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ