ຄະນະຜູ້ແທນກະຊວງປ້ອງກັນປະເທດ ລາວ ຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ

ຄະນະຜູ້ແທນກະຊວງປ້ອງກັນປະເທດ ລາວ ຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ - ảnh 1
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ
ລາວ ແລະຫວຽດນາມ
(ພາບ: baomoi.com)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ພົນ​ເອກ ຟູ່ງກວາງ​ແທງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ທ່ານ ພົນ​ໂທ ດວງ​ໃຈ ພິຈິດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດລາວ​​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ມາ​ຢ້ຽມຢາມ​ຫວຽດນາມ. ທີ່​ການ​ເຈລະຈາ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 12/3, ຢູ່​ຮ່າ​ໂນ້ຍ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ 2 ປະ​ເທດຈະ​ສືບ​ຕໍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ, ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ສື​ກສາ​ແນວ​​ຄິດກາ​ນ​ເມືອງ​, ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ພະນັກງານ, ສົມທົບ​ກັບ​ການ​ຍູ້​ແຮງ​ວຽກ​ງານ​ຊອກ​ຫາ, ​ເຕົ້າ​ໂຮມ, ສົ່ງ​ອັດຖິ ທະຫານ​ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ ​ແລະ ຊ່ຽວຊານການ​ທະຫານ​ຫວຽດນາມທີ່​ເສຍສະຫຼະ​ຊີວິ​ດ​​ຢູ່​ລາວ​ຜ່ານ​ໄລຍະ​ສົງ​ຄາມ​ຕ່າງໆ​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ. ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ກໍ່​ໄດ້​ໄປ​ຢ​້ຽມຢາມ​ນະຄອນ​ດ່າ​ໜັງ, ຢ້ຽມຢາມ​ບາງ​ກົມ​ກອງ​ທະຫານ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ