ຄະນະຜູ້ແທນກະຊວງແຜນການ-ລົງທຶນຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ລາວ

ຄະນະຜູ້ແທນກະຊວງແຜນການ-ລົງທຶນຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ລາວ - ảnh 1

ທ່ານ  ສົມ​ສະຫວາດເລັ່ງສະຫວັດຕ້ອນຮັບທ່ານ ຫງວຽນຈີ​ຢຸງ
(ພາບ: phamkien/vietnam+)


(vovworld) - ວັນ​ທີ 31/7, ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານຮອງ​ນາຍົກລັດຖະມົນ​ຕີ ສປປ.ລາວ ສົມ​ສະຫວາດ ​ເລັ່ງສະຫວັດ, ປະທານ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ ລາວ - ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​ໂດຍ​ທ່ານ ຫງວຽນຈີ​ຢຸງ ລັດຖະມົນຕີ​ຊ່ວຍ​ວ່າການ, ຮອງ​ປະທານ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ເປັນ​ຫົວໜ້າ​ຄະນະ ​ເນື່ອງ​ໃນ​ໂອກາດ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ໃນ​ລະຫວ່າງ​ວັນ​ທີ 29 – 31/7. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​ຈີ​ຢຸງ ​ໄດ້ລາຍ​ງານ​ຕໍ່​ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ໝາກຜົນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ 2 ​ແຂວງ ຫລວງ​ນ້ຳທາ ​ແລະ ບໍ່​ແກ້ວ, ​ໃນ​ນັ້ນ​ຈຸດ​ພົ້ນ​ເດັ່ນ​ແມ່ນ​ ຫວຽດນາມ ມອບ​ໂຮງຮຽນ​ມັດທະ​ຍົມ​ຕອນ​ປາຍ ວຽງພູ​ຄາ ​ໃຫ້ ລາວ, ​ຊຶ່ງ​ແມ່ນໂຄງການ​ໂຮງຮຽນ​ທີ 2 ​ໄດ້​ຜັນ​ຂະຫຍາຍ​ດ້ວຍ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ລ້າຂອງລັດຖະບານ ຫວຽດນາມ ສະຫງວນ​​ໃຫ້​ລັດຖະບານ ລາວ ຢູ່​ເມືອງ ວຽງພູ​ຄາ, ​ແຂວງ ຫລວງ​ນ້ຳ​ທາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ຢືນຢັນ​ວ່າ: ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ໃຫ້​ດີ​ຍິ່ງໆ​ຂຶ້ນ.

                                                        ມີ​ບິາງ. ນັກ​ຂ້າວ VOV ປະຈຳ​ລາວ

 

ຂ່າວ/ບົດ​ອື່ນ