ຄະນະຜູ້ແທນການທະຫານຂັ້ນສູງຂອງ ກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມສິງກາະໂປຢ່າງເປັນທາງການ

(VOVWORLD) - ທັງສອງຝ່າຍຈະປະເມີນຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືປ້ອງກັນຊາດ ລະຫວ່າງ ສອງປະເທດນັບມື້ນັບໃຫ້ມີຄວາມປະສິດທິຜົນ, ແທດຈິງ.
ຄະນະຜູ້ແທນການທະຫານຂັ້ນສູງຂອງ ກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມສິງກາະໂປຢ່າງເປັນທາງການ - ảnh 1ທ່ານພົນໂທ ຟານວັນຢາງ, ຫົນໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ (ພາບ: TTXVN) 

ໂດຍໄດ້ຮັບຄຳເຊີນຂອງທ່ານພົນຕີ Melvyn Ong, ຜູ້ບັນຊາການກຳລັງປ້ອງກັນປະເທດ ສິງກະໂປ, ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ຫົນໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມສິງກະໂປ ຢ່າງເປັນທາງການໃນລະຫວ່າງວັນທີ່ 28  ກຸມພາ - 2 ມີນາ ປີ 2019.

        ໃນການເດີນທາງຢ້ຽມຢາມຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ແລກປ່ຽນບົດຮຽນໃນວຽກງານກໍ່ສ້າງກອງທັບ, ບົດຮຽນໃນຂົງເຂດສະໜັບສະໜູນມະນຸດສະທຳ, ການຊ່ວຍເຫຼືອໄພທຳມະຊາດ. ທັງສອງຝ່າຍຈະປະເມີນຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືປ້ອງກັນຊາດ ລະຫວ່າງສອງປະເທດນັບມື້ນັບໃຫ້ມີຄວາມປະສິດທິຜົນ, ແທດຈິງ, ຜ່ານນັ້ນສືບຕໍ່ປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ດີງາມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງລັດ, ກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ - ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ