ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມສິ້ນສຸດການຢ້ຽມຢາມຈີນ

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມສິ້ນສຸດການຢ້ຽມຢາມຈີນ - ảnh 1
ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງກອງທັບປະຊາຊົນຫວຽດນາມ​ ​ເຈລະຈາ​ ກັບ ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ ກອງທັບປົດ​ປ່ອຍປະຊາຊົນຈີນ
(ພາບ: internet)


Vovworld- ຕອນ​ບາຍ​ວັນ​ທີ 17 ​ເມສາ, ຄະນະ​ຜູ້​ແທນ​​ຂັ້ນ​ສູງກອງທັບປະຊາຊົນ ​ຫວຽດນາມ​ໂດຍທ່ານພົນໂທ Do Ba Ty ​ຫົວໜ້າເສນາ​ທິການ​ໃຫຍ່ກອງທັບ ປະຊາຊົນ ​ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດນຳ​ໜ້າ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ຈີນຢ່າງ​ເປັນ​ທາງ​ການຕາມ ຄຳ​ເຊີນ​ຂອງ​ພົນ​ໂທ​ເຈິ​ນພີ​ເຕີ​ງ ຫົວໜ້າເສນາ​ທິການ​ໃຫຍ່ກອງທັບປົດ​ປ່ອຍ ປະຊາຊົນຈີນ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 17​ເມສາ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງກອງທັບປະຊາຊົນຫວຽດນາມ​ໄດ້​ມີ​ການ​ເຈລະຈາ​ກັບ ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ ກອງທັບປົດ​ປ່ອຍປະຊາຊົນຈີນ. 2 ຝ່າຍ​​ໄດ້​ຕີ​ລາຄາ​ໝາ​ກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນນ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ແນ​ໃສ່​ນຳ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ບັນລຸ​ປະ​ສິດທິ​ຜົນ​ອັນ​ແທດ​ຈິງ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ແລະ ນຳ​ຜົນ​ປະ​ໂຫຍ​ດມາ​ສູ່​ທັງ 2 ຝ່າຍ. ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ຫວຽດນາມ​ໄດ້​ຮັບ​ການ​ຕ້ອນຮັບ ​ແລະ ​ແລກປ່ຽນ​ບັນດາ​ເນື້ອ​ໃນ​ທີ່​ມີ​ລັກສະນະ​ກຳນົດ​ທິດ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ ກອງທັບ 2 ປະ​ເທດ ​ຈາກ​ທ່ານ​ສີ​ຈິນຜິ້ງ ຮອງ​ປະທານ​ປະ​ເທດ​ຈີນ.

    ການ​ຢ້ຽມຢາມ​ຈີນ​ຂອງ ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ ກອງທັບປະຊາຊົນ ​ຫວຽດນາມ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ສາ​ມັກ​ຄີ​ມິດຕະພາບ​ລະຫວ່າງ 2 ພັກ, 2 ລັດ, 2 ກອງທັບ ​ແລະ ປະຊາຊົນ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ