ຄະນະຜູ້ແທນການນຳພັກແຮງງານ ສປປ.ເກົາຫຼີ ຢ້ຽມຊົມຮູບແບບປູກດອກກ້ວຍໄມ້ ຢູ່ສະຫະກອນ ດານຮ່ວາຍ, ຮ່າໂນ້ຍ

(VOVWORLD) - ຕອນບ່າຍວັນທີ 28 ກຸມພາ, ຄະນະຜູ້ແທນການນຳພັກແຮງງານ ສປປ.ເກົາຫຼີ ໄດ້ໄປຢ້ຽມຊົມຮູບແບບປູກດອກກ້ວຍໄມ້ຢູ່ສະຫະກອນ ດານຮ່ວາຍ (ເມືອງ ດານເຟື້ອງ, ນະຄອນ ຮ່າໂນ້ຍ).
ຄະນະຜູ້ແທນການນຳພັກແຮງງານ ສປປ.ເກົາຫຼີ ຢ້ຽມຊົມຮູບແບບປູກດອກກ້ວຍໄມ້ ຢູ່ສະຫະກອນ ດານຮ່ວາຍ, ຮ່າໂນ້ຍ - ảnh 1 ຄະນະຜູ້ແທນການນຳພັກແຮງງານ ສປປ.ເກົາຫຼີ ຢ້ຽມຊົມຮູບແບບປູກດອກກ້ວຍໄມ້ (ພາບ: TTXVN)

ຄະນະຜູ້ແທນການນຳພັກແຮງງານ ສປປ.ເກົາຫຼີ ນຳໂດຍທ່ານ Ri Su Yong, ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານພັກແຮງງານ ສປປ.ເກົາຫຼີ (WPK), ຫົວໜ້າຄະນະພົວພັນສາກົນເປັນຫົວໜ້າຄະນະ.

        ນະທີ່ນີ້, ຄະນະຜູ້ແທນການນຳ ສປປ.ເກົາຫຼີ ໄດ້ຢ້ຽມຊົມລະບົບເຮືອນປູກດອກກ້ວຍໄມ້. ທ່ານ Ri Su Yong ໄດ້ມີຄວາມສົນໃຈ ແລະ ຕີລາຄາສູງວິທີປູກ, ບົວລະບັດຮັກສາດອກກ້ວຍໄມ້ໃນເຮືອນແກ້ວຂອງສະຫະກອນ ດານຮ່ວາຍ ແລະ ຄຸນຄ່າສົ່ງອອກຂອງດອກກ້ວຍໄມ້ນີ້.

        ແລກກໍ່ໃນຕອນບ່າຍວັນທີ 28 ກຸມພາ, ທີ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງຂອງ ສປປ.ເກົາຫຼີ ກໍ່ໄດ້ລົງຢ້ຽມຊົມກຸ່ມຄົ້ນຄວ້າ, ຜະລິດອຸປະກອນພົນລະເຮືອນຂອງກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel) ຢູ່ເຂດເຕັກໂຍໂລຊີສູງ ຮ່ວາລາກ.

ຕອບກັບ

ຂ່າວ/ບົດ​ອື່ນ