ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ເກຼັກ

(VOVWORLD) -ແຕ່ວັນທີ 27 ພຶດສະພາ ຫາວັນທີ 01 ມິຖຸນາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ເກຼັກ.

ໃນການຢ້ຽມຢາມ, ທ່ານ ຫວໍວັນເຖືອງ ໄດ້ມີການພົບປະກັບທ່ານນາງຮອງປະທານສະພາແຫ່ງຊາດ ເກຼັກ Chirstodoulopoulou Anastasis, ພົບປະກັບທ່ານເລຂາທິການໃຫຍ່ພັກກອມມູນິດ ເກຼັກ Dimitris Koutsoumpas, ທ່ານເລຂາທິການໃຫຍ່ພັກຝ່າຍຂວາກ້າວໜ້າ Syriza ກຳອຳນາດ Panagiotis Rigas, ເຮັດວຽກກັບການນຳກະຊວງຫັນເປັນດີຈີຕອນ ແລະ ຖະແຫຼງຂ່າວສື່ສານ ເກຼັກ, ການນຳໜັງສືພິມ Kathimerini.

        ທີ່ບັນດາການເຮັດວຽກ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານດ້ານການເມືອງ, ເສດຖະກິດ - ສັງຄົມ ແລະ ວັດທະນະທຳອັນໃຫຍ່ຫລວງ ແລະ ມີຄວາມໝາຍປະຫວັດສາດຂອງ ຫວຽດນາມ ນັບແຕ່ເມື່ອເລີ່ມຕົ້ນກິດຈະການປ່ຽນແປງໃໝ່ປະເທດຊາດໃນປີ 1986 ມາຮອດປັດຈຸບັນ ກໍ່ຄືບັນດາແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ ຫວຽດນາມ.

        ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ - ເກຼັກ, ແລະ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຫລາຍດ້ານກັບ ເກຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ