ຄະນະຜູ້ແທນຂັ້ນສູງພັກແຮງງານ ສປປ.ເກົາຫຼີ ຢ້ຽມຢາມ ນະຄອນ ຫາຍຟ່ອງ

(VOVWORLD) -  ຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ ໄດ້ໄປຢ້ຽມຊົມ 3 ພາກສ່ວນຂອງກຸ່ມບໍລິສັດ Vingroup ລວມມີ: ກຸ່ມຜະລິດລົດໂອໂຕ Vinfast, ເຂດຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ VinEco ຫາຍຟ່ອງ ແລະ ເຂດ Vinpearl Hotel Imperia ຫາຍຟ່ອງ.
ຄະນະຜູ້ແທນຂັ້ນສູງພັກແຮງງານ ສປປ.ເກົາຫຼີ ຢ້ຽມຢາມ ນະຄອນ ຫາຍຟ່ອງ - ảnh 1ທ່ານ ເລວັນແທ່ງ ເລຂາພັກນະຄອນ ຫາຍຟ່ອງ ຕ້ອນຮັບທ່ານ Ri Su Yong. (TTXVN)

ວັນທີ 27 ກຸມພາ, ຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ (WPK) ໂດຍທ່ານ Ri Su Yong ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານພັກ WPK, ຫົວໜ້າຄະນະພົວພັນສາກົນສູນກາງພັກ; ທ່ານ Kim Pyong Hae ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານພັກ WPK ທັງເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ O Su Yong ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານພັກ WPK, ຫົວໜ້າຄະນະເສດຖະກິດສູນກາງພັກ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ຫາຍຟ່ອງ.  ຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ ໄດ້ໄປຢ້ຽມຊົມ 3 ພາກສ່ວນຂອງກຸ່ມບໍລິສັດ Vingroup ລວມມີ: ກຸ່ມຜະລິດລົດໂອໂຕ Vinfast, ເຂດຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ VinEco ຫາຍຟ່ອງ ແລະ ເຂດ Vinpearl Hotel Imperia ຫາຍຟ່ອງ.

        ແລະກໍ່ໃນວັນດຽວກັນ, ທ່ານ ເລວັນແທ່ງ ເລຂາພັກນະຄອນ ຫາຍຟ່ອງ ໄດ້ມີການຕ້ອນຮັບຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ, ແນະນຳກ່ຽວກັບບັນດາຜົນງານພັດທະນາຂອງນະຄອນໃນຊຸມປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ