ຄະນະຜູ້ແທນຂັ້ນສູງສະພາຕຳ່Kazakhstanຢ້ຽມຢາມຫວຽດນາມຢ່າງເປັນທາງການແລະເຂົ້າຮ່ວມIPU132

ຄະນະຜູ້ແທນຂັ້ນສູງສະພາຕຳ່Kazakhstanຢ້ຽມຢາມຫວຽດນາມຢ່າງເປັນທາງການແລະເຂົ້າຮ່ວມIPU132 - ảnh 1
ທ່ານ​ປະທານ​ສະພາ​ຕຳ່ Kazakhstan Zhakupov Kabibula kabenovich
(ພາບ: forbes.kz)

(vovworld) – ​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ຕຳ່ ສາທາລະນະ​ລັດ Kazakhstan ​ໂດຍ​ທ່ານ​ປະທານ​ສະພາ​ຕຳ່ Zhakupov Kabibula kabenovich, ​ນຳ​ໜ້າ, ຈະ​ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ 132 (IPU 132) ​ແຕ່​ວັນ​ທີ 27 ​ເຖິງ ວັນ​ທີ 31/3/2015. ຮ່ວມ​​ເດີນທາງກັບ​ທ່ານ​ປະທານ​ສະພາ​ຕຳ່, ຍັງ​ມີ ຫົວໜ້າ​ກຳມາທິ​ການ​ພົວພັນ​ສາກົນ - ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ຕຳ່, ຫົວໜ້າກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນດາບັນຫາກະສິກຳ​ຂອງ​ສະພາ​ຕຳ່ ​ແລະ ບັນດາກຳມະການ​, ກຳມາທິການຕ່າງໆຂອງ​ສະພາ​ຕຳ່ ​ແລະ ສະພາ​ສູງ ສາທາລະນະ​ລັດ Kazakhstan. ການ​ຢ້ຽມຢາມ​ຂອງ​ຄະນະ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ Kazakhstan.

 


ຂ່າວ/ບົດ​ອື່ນ