ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ຢ້ຽມຢາມແຂວງ ນິງບີງ.

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ຢ້ຽມຢາມແຂວງ ນິງບີງ.      - ảnh 1
ທ່ານ​ຮອງ​ປະທານ ສະພາ​ແຫ່ງ​ຊາດ​ລາວ ສົມ​ພັນ ​ແພງ​ຄຳ​ມີ​ ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ​​ປະທານ ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ​ຢ່າງ​ສະໜິດສະໜົມ

(vovworld)- ວັນທີ 16/3, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານ​ຮອງ​ປະທານ ສະພາ​ແຫ່ງ​ຊາດ​ລາວ ສົມ​ພັນ ​ແພງ​ຄຳ​ມີ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ນິງບີ​ງ. ຄະນະ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ຮູບ​ແບບ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວຂອງ​ສະພາ​ປະຊາຊົນ​ຢູ່​ທ້ອງ​ຖິ່ນ, ​ໂຄງ​ປະກອບ​ການຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ​ຂອງ ສະພາ​ປະຊາຊົນ​​ແຂວງ, ສາຍ​ພົວພັນ​ລະຫວ່າງ ສະພາ​ປະຊາຊົນ​​ແຂວງກັບ ສະພາ​ແຫ່ງ​ຊາດ​, ລະຫວ່າງ ສະພາ​ປະຊາຊົນ​ແຂວງ ກັບບັນພະແນກ, ຖະບວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາເມືອງ, ນະຄອນ, ເທດສະບານ. ທ່ານປະທານ ສະພາ​ປະຊາຊົນ​ແຂວງ ນິງບີງ ຫງວຽນຕ້ຽນແທ່ງ ໄດ້ແນະນຳໃຫ້ຄະນະຊາບກ່ຽວກັບບັນດາຫົວໜ່ວຍ ບໍລິຫານຂອງ​ແຂວງ​ຕົນ, ໜ້າ​ທ່ີ​ບົດບາດ, ການ​ເຄື່ອນ​ໄຫວ​ຂອງ ສະພາ​ປະຊາຊົນ​​ຂັ້ນ​ຕ່າງໆ​ໃນ​ແຂວງ.

ຂ່າວ/ບົດ​ອື່ນ