ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ອາຟະລິກາໃຕ້

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານຮອງປະທານສະພາແຫ່ງຊາດສ.ອາຟະລິກາໃຕ້ Lechsa Tsenoli, ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ, ພົນເອກ ໂດ້ບ໋າຕິ້ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ອາຟະລິກາໃຕ້ ໃນລະຫວ່າງວັນທີ 22 – 26 ສິງຫາ.

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ອາຟະລິກາໃຕ້ - ảnh 1 ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ອາຟະລິກາໃຕ້

(ພາບ:nhandantv.vn)

ວັນທີ 24 ສິງຫາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດອາຟະລິກາໃຕ້ ແລະ ສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນການເຈລະຈາຢູ່ສຳນັກງານສະພາແຫ່ງຊາດອາຟະລິກາໃຕ້, ຢູ່ນະຄອນ Capetown. ທີ່ການເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ຊີ້ແຈ້ງວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືກັບສ.ອາຟະລິກາໃຕ້, ພ້ອມທັງຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ອາຟະລິກາໃຕ້ ແລະ ສ້າງກອບກົດໝາຍທີ່ສະດວກໃຫ້ແກ່ການຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ.

        ກໍ່ທີ່ການເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ອາຟະລິກາໃຕ້ Tsenoli ປາດຖະໜາວ່າ, ສະພາແຫ່ງຊາດ 2 ປະເທດສ້າງເງື່ອນໄຂສະດວກ ແລະ ຫັນບັນດາມາດຕະການແກ້ໄຂເປັນລະອຽດເພື່ອແນໃສ່ຊຸກຍູ້ວົງເງິນການຄ້າຂາຍ 2 ຝ່າຍໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດ, ການຄ້າທີ່ໃຫຍ່ຫຼວງຂອງແຕ່ລະປະເທດໃນໄລຍະຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ພັກກອມມູນິດອາຟະລິກາໃຕ້ Blade Nzimande.

ຕອບກັບ

ຂ່າວ/ບົດ​ອື່ນ