ຄະນະຜູ້ແທນດູມາແຫ່ງຊາດລັດເຊຍຢ້ຽມຢາມ,ເຮັດວຽກຢູ່ແຂວງເບ໋ນແຈ

ຄະນະຜູ້ແທນດູມາແຫ່ງຊາດລັດເຊຍຢ້ຽມຢາມ,ເຮັດວຽກຢູ່ແຂວງເບ໋ນແຈ - ảnh 1
ຄະນະຜູ້ແທນດູມາແຫ່ງຊາດລັດເຊຍເຮັດວຽກກັບການນຳແຂວງເບ໋ນແຈ
(ພາບ:TTXVN )


(vovworld) - ວັນ​ທີ 26/12, ຄະນະຜູ້​ແທນສະພາ​ຕຳ່ ດູ​ມາ ​ແຫ່ງ​ຊາດ ລັດ​ເຊຍ ​ໂດຍ​ທ່ານ​ຮອງ​ປະທານ​ຜູ້​ທີໜຶ່ງ Melnikov Ivan Ivanovich ນຳ​ໜ້າ​ໄດ້ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ເບ໋ນ​ແຈ.

      ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ແທ່ງ​ຟອງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະພັກ​ແຂວງ​, ປະທານ​ສະພາ​ປະຊາຊົນ​ແຂວງ ເບ໋ນ​ແຈ ​​ໄດ້ແນະນຳ​ບັນດາ​ທ່າ​ແຮງ​ຂອງ​ແຂວງ​ກ່ຽວກັບ​ດ້ານ​ເສດຖະກິດ​ສວນ, ເສດຖະກິດທາງ​ທະ​ເລ, ການ​ພັດທະນາ​ອຸດສາຫະກຳ​ປຸງ​ແຕ່ງຜະລິດ​ຕະພັນ​ກະ​ເສດ ​ແລະ ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ທ່ານ ຫງວຽນ​ແທ່ງ​ຟອງ ​ໃຫ້​ຮູ້​ວ່າ ເບ໋ນ​ແຈ ພ້ອມ​​ແລ້ວ​​ໃຫ້ການ​ຕ້ອນຮັບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາຫະກິດ ລັດ​ເຊຍ ລົງທຶນ​ເຂົ້າ ເບ໋ນ​ແຈ ພ້ອມ​ທັງ​ປາດ​ຖະໜາວ່າ​ໃນ​​ໄລຍະ​ຈະ​ມາ​ເຖີງບັນດາ​ວິ​ສາ​ຫະກິດ ລັດ​ເຊຍ ຈະລົງທຶນ​ເຂົ້າ ເບ໋ນ​ແຈ ຫຼາຍກວ່າ​ອີກ, ​ເຮັດ​ໃຫ້ສາຍ​ພົວພັນ​ລະຫວ່າງ ເບ໋ນ​ແຈ ​ແລະ ບັນດາ​ວິ​ສາ​ຫະກິດ ລັດ​ເຊຍ ຈະ​ພັດທະນາ​ກວ່າ​ອີກ.

       ທ່ານ​ຮອງ​ປະທານ​ຜູ້​ທີໜຶ່ງ ດູ​ມາ ​ແຫ່ງ​ຊາດ ລັດ​ເຊຍ ສະ​ແດງ​ຄວາມ​ສົນ​ໃຈຕໍ່​ທ່າ​ແຮງ​ເສດຖະກິດຂອງ ເບ໋ນ​ແຈ ຄື ຕົ້ນໝາກພ້າວ ​ແລະ ບັນດາ​ຜະລິດຕະພັນປຸງ​ແຕ່ງ​ຈາກໝາກພ້າ​ວ; ຊອກ​ຮູ້​ການ​ຜະລິດບັນດາ​ຜະລິ​ຕະພັນຈາກໝາກພ້າວ, ການ​ສົ່ງ​ອອກ​ຜ່ານ​ບັນດາ​ທ່າ​ເຮືອ ​ແລະ ຄູ່​ຮ່ວມ​ມື​ຢູ່ ລັດ​ເຊຍ.


ຂ່າວ/ບົດ​ອື່ນ