ຄະນະຜູ້ແທນທະຫານຜ່ານເສິກອາເມລິກາ ຢ້ຽມຢາມຫວຽດນາມ

ຄະນະຜູ້ແທນທະຫານຜ່ານເສິກອາເມລິກາ ຢ້ຽມຢາມຫວຽດນາມ - ảnh 1
(​ຄະນະ​ຜູ້​ແທນ​ທະອົງການຫານ​ຜ່ານ​ເສິກ​​ເພື່ອ​ສັນຕິພາບອາ​ເມ​ລິ​ກາ
ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ)


(vovworld) –  ​ໃນລະຫວ່າງ​ວັນ​ທີ 18/04 – 02/05, ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ທະອົງການຫານ​ຜ່ານ​ເສິກ​​ເພື່ອ​ສັນຕິພາບອາ​ເມ​ລິ​ກາ (VFP) ລວມມີ 16 ຄົນມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ຈຸດປະສົງ​ຂອງ​ຄະນະຜູ້​ແທນ​ແມ່ນ​ເພື່ອ​ແນ​ໃສ່​ຊອກ​ຮູ້​ປະຫວັດສາດ, ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ຢ້ຽມຢາມ​ສະໜາມຮົບ​ເກົ່າ, ພົບ​ປະ​ກັບ​​ນັກຮົບ​ເກົ່າຫວຽດນາມ. ພ້ອມ​ກັນ​ນັ້ນ, ຄະນະຜູ້​ແທນ​ຍັງ​ໄປ​ຢ້ຽມ​ຢາມ​ບັນດາ​ຄວບ​ຄົວ​ທີ່​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ນ​ດີ​ໂອ​ຊີ​ນ, ບັນດາ​ຮາກ​ຖານ​​ເບິ່ງ​ແຍງຜູ້ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ນ​ດີ​ໂອ​ຊີ​ນ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມຜູ້ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ນ​ດີ​ໂອ​ຊີ​ນ ຢູ່​ບັນດາ​ທ້ອງ​ຖິ່ນ​ຄື; ຮ່າ​ໂນ້ຍ, ​ເຫ້ວ, ກວາງ​ຈິ້, ດາ​ນັ້ງ.

        ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 18/04, ທ່ານ ຫງວຽນ​ເຕີມ​ຈ໋ຽນ, ປະທານ​ສະມາຄົມ​ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ສະໜັບ​ສະໜູນຫວຽດນາມ ຂອງ VFP ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຮັບ​ຮູ້​ການ​ສະໜັບສະໜູນຫວຽດນາມ ​ຂອງ​ບັນດາ​ສະມາ​ຊິກ ​ແລະ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມລິ​ກາ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫງວຽນ​ເຕີມ​ຈ໋ຽນ ກໍ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ການ​ຮ່ວມ​ມື​ກັບ VFP, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ມະນຸດ​ສະ​ທຳ, ​ແກ້​ໄຂ​ຜົນ​ຮ້າຍ​ພາຍຫຼັງຈາກ​ສົງຄາມ.

ຂ່າວ/ບົດ​ອື່ນ