ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ສິ້ນສຸດການຢ້ຽມຢາມ ອຸກະແຣນ

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ສິ້ນສຸດການຢ້ຽມຢາມ ອຸກະແຣນ - ảnh 1
ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ Kharkov
(ພາບ: Cao Cường/Vietnam+)

(vovworld) –  ຕອນ​ເຊົ້າ​ວັນ​ທີ 21/6, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາ​ງພັກ ນຳ​ໜ້າ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ Kiev ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ອຸ​ກະ​ແຣນ ຢ່າງ​ຈົບງາມ. ກ່ອນ​ໜ້າ​ນັ້ນ, ​ວັນ​ທີ 20/6, ຄະນະ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ Kharkov. ທີ່​ການ​ເຮັດ​ວຽກ, ການ​ນ​ຳ​ແຂວງ​ໃຫ້​ຮູ້​ວ່າ, Kharkov ​ແມ່ນ​ແຂວງ​ໃຫຍ່​ຂອງ ອຸ​ກະ​ແຣນ, ​ເຊິ່ງ​ແມ່ນ​ສູນ​ອຸດ​ສາ​ຫະກຳ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ສຶກສາ​ຂອງ​ທົ່ວປະ​ເທດ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຫຼາຍ​ຢ່າງ, ອາດ​ຈະ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂະ​ແໜງ​ອຸດ​ສາ​ຫະກຳ​ຜະລິດ​​ເຄື່ອງກົນ​ຈັກ, ຜະລິດ​ເຮືອບິນ, ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ, ຂຸດ​ຄົ້ນ​​ແຮ່​ທາດ, ຄົມ​ມະນາຄົມຂົນສົ່ງ, ທາງລົດໄຟ.​.​​. ທ່ານ ເລຮົ່ງແອງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຊົມເຊີຍ ແລະ ສົ່ງເສີມການຮ່ວມມືລະຫວ່າງແຂວງ Kharkov ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ, ພ້ອມ​ທັງ​ສະ​ເໜີ​ໃຫ້ການ​ນຳ​ແຂ​ວງ Kharkov ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ນີ້ ທຳ​ມາ​ຫາ​ກິນ, ດຳລົງ​ຊີວິດ​ຢ່າງ​ສະດວກ, ​ເປັນ​ປົກກະຕິ​ຢູ່ ອຸ​ກະ​ແຣນ.

ຂ່າວ/ບົດ​ອື່ນ