ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ຊູແອດ ແລະ ແດນມາກ

ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ຊູແອດ ແລະ ແດນມາກ - ảnh 1
(ຫົວໜ້າ​ຄະນະ​ພົວພັນຕ່າງປະ​ເທດ​ສູນ​ກາງ​ພັກ Hoang Binh Quan)

(vovworld) -     ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ນ​ຳໂດຍ​ຫົວໜ້າ​ຄະນະ​ພົວພັນຕ່າງປະ​ເທດ​ສູນ​ກາງ​ພັກ Hoang Binh Quan ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ຊູ​ແອດ ​ແລະ ​ແດນ​ມາກ ​ແຕ່​ວັນ​ທີ 22 – 27/9, ຕາມ​ຄຳ​ເຊີນ​ຂອງ​ບັນດາ​ພັກ​ຝ່າຍ​ການ​ເມືອງ ຊູ​ແອດ ​ແລະ ​ແດນ​ມາກ. ທີ່​ບັນ​ດາ​ການ​ເຮັດ​ວຽກ​ກັບ​ການ​ນຳພັກ​​ການ​ເມືອງຊູ​ແອດ ​ແລະ ​ແດນ​ມາກ, ທ່ານ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ Hoang Binh Quan ​ໄດ​້ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນ​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກຊຸກຍູ້​ການ​ພົວພັນ​ກັບຊູ​ແອດ ​ແລະ ​ແດນ​ມາກ ​ຕາມ​ທິດ​ແທດ​ຈິງ, ​ໃນ​ຫຼາຍ​ຂັ້ນ; ພ້ອມ​ກັນ​ນັ້ນກໍ​ມີ​ການ​ແລກປ່ຽນກັບ​ການ​ນຳ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ ​ແລະ ມາດ​ຕະການ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ພົວພັນ​ຂອງ​ພັກ ​ແລະ ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ກັບ ຊູ​ແອດ ​ແລະ ​ແດນ​ມາກ ​​ໃນ​ໄລຍະ​ຈະ​ມາ​ເຖິງ. ຝ່າຍຊູ​ແອດ ​ແລະ ​ແດນ​ມາກ ​ກໍ​ຖື​ການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ ​ແລະ ຢືນຢັນ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຝີ​ກ ​ເວົ້າ​ລວມ, ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ເວົ້າ​ສະ​ເພາະ. ບັນດາ​ປະ​ເທດເຫັນ​ດີ​ໂດຍ​ຖື​ວ່າ ໃນ​​ໄລຍະ​ຈະ​ມາ​ເຖິງຕ້ອງ​ຊຸກຍູ້ຄວາມ​ສາມາດ​ບົມຊ້ອນ​ໃນ​ການ​ຮ່ວມ​ມືລະຫວ່າງຫວຽດນາມ ກັບ ຊູ​​ແອດ ​ແລະ ຫວຽດນາມ ກັບ ແດນ​ມາກ ​ກວ່າ​ອີກ​.

ຂ່າວ/ບົດ​ອື່ນ