ຄະນະຜູ້ແທນພັກກອມມູນິດຫວຽດນາມໄປຢ້ຽມຢາມສິງກະໂປຢ່າງເປັນທາງການ

(VOVWORLD) -2 ຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ກ່ຽວກັບການພົວພັນລະຫວ່າງ 2 ພັກ, 2 ລັດຢ່າງເລິກເຊິ່ງກວ້າງຂວາງ

ຄະນະຜູ້ແທນພັກກອມມູນິດຫວຽດນາມໄປຢ້ຽມຢາມສິງກະໂປຢ່າງເປັນທາງການ - ảnh 1 ທ່ານ ຮ່ວາງບິ່ງກວນ ພົບປະເຈລະຈາກັບທ່ານ Heng Swee Keat

(ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan, ຄະນະຜູ້ແທນພັກກອມມູນິດຫຽດນາມ ໂດຍທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງນຳໜ້າ, ໄດ້ໄປຢ້ຽມຢາມສິງກະໂປ ຢ່າງເປັນທາງການ, ໃນລະຫວ່າງວັນທີ 23 – 27 ກໍລະກົດ.

        ໃນຂອບເຂດການຢ້ຽມຢາມ, ທ່ານ ຮ່ວາງບິ່ງກວນ ໄດ້ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການເງິນ, ຜູ້ຊ່ວຍວຽກທີ 1 ຂອງເລຂາທິການໃຫຍ່ພັກເຄື່ອນໄຫວປະຊາຊົນສິງກະໂປ Heng Swee Keat; ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ Vivian Balakrishnan; ເຮັດວຽກກັບສະຫະພັນປະຊາຊົນສິງກະໂປ…

        ທີ່ການພົບປະກັບລະຫວ່າງທ່ານ ຮ່ວາງບິ່ງກວນ ກັບທ່ານຮອງນາຍົກລັດຖະມົນຕີ Heng Swee Keat ແລະ ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan, 2 ຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ກ່ຽວກັບການພົວພັນລະຫວ່າງ 2 ພັກ, 2 ລັດຢ່າງເລິກເຊິ່ງກວ້າງຂວາງ, ປຶກສາຫາລືບັນດາມາດຕະການແທດຈິງ, ລະອຽດເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານໃນໄລຍະຈະມາເຖິງໃຫ້ຫຼາຍກວ່ານີ້ອີກ.

        ບັນດາການນຳສິງກະໂປ ໄດ້ຢືນຢັນຄືນໃໝ່ການເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ພົບປະແລກປ່ຽນປະຊາຊົນ; ພ້ອມແລ້ວທີ່ຈະສົມທົບກັບຫວຽດນາມ ກ່ຽວກັບວຽກງານບຳລຸງສ້າງພະນັກງານໄລຍະຕໍ່ໄປ, ກໍ່ຄືຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ