ຄະນະຜູ້ແທນພັກກອມມູນິດອິນເດຍ ມາກຊິດ ຢ້ຽມຢາມນະຄອນໂຮ່ຈິມິນ

ຄະນະຜູ້ແທນພັກກອມມູນິດອິນເດຍ ມາກຊິດ ຢ້ຽມຢາມນະຄອນໂຮ່ຈິມິນ - ảnh 1

(ພາບ: mdsoft.vn)

(vovworld)- ຕອນ​ບ່າຍ​ວັນ​ທີ 28/3, ທ່ານ​ຫງວຽນ​ວັນ​ດົວ, ຮອງ​ເລຂາ​ປະຈຳ​ອົງຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ພັກ​ກອມ​ມູນິດອິດ​ເດຍມາກ​ຊິດ ​ໂດຍ​ທ່ານ M.A Babi ກຳມະການ​ກົມ​ການ​ເມືອງ​ນຳ​ໜ້າ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່າ​ນຮອງ​ເລຂາຜູ້​ປະຈຳ​ການອົງຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ຫງວຽນ​ວັນ​ດົວ ​ໄດ້​ເນັ້ນໜັກ​ວ່າ: ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອິນ​ເດຍ ​ແມ່ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ທຸກໆ​ຂົງ​ເຂດ ​ແລະ ທ່ານ​ເຊື່ອໝັ້ນວ່າ​: ການ​ຢ້ຽມຢາມ​ຂອງ​ຄະນະ​ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ​ອິນ​ເດຍ​ ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ສຶກສາ, ວິທະຍາສາດ​ເຕັກນິກ…​ສ່ວນ​ທ່າ​ນ M.A Babi ຫວັງ​ວ່າ, ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຄວາມ​ໄວ​ສູງ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ​ຜ່ານ 5 ປະ​ເທດ, ​ໃນ​ນັ້ນມີ​ຫວຽດນາມ ​ແລະ ອິນ​ເດຍ ກໍ່​ຄື​ການ​ຊຸກຍູ້​ການ​ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ, ທັງ​ນີ້​ກໍ່​ເປັນ​ການ​ປະ​ກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ອິນ​ເດຍ.

ຂ່າວ/ບົດ​ອື່ນ