ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມ ຢ້ຽມຢາມລາວ

ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມ ຢ້ຽມຢາມລາວ - ảnh 1
ທ່ານ​ຮອງ​ປະທານ​ Dang Quang Phuong  ແລະ ​ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ
(ພາບ: Thanh Chuong)

(vovworld) – ​ໃນ​ຂ​ອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 15 – 19/5, ຄະນະ​ຜູ້​ແທນ​ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ Dang Quang Phuong ນຳ​ໜ້າ​ໄດ້​ເຂົ້າ​ຢ້ຽມຄຳນັບ​ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດທິ​ຜົນ​ລະຫວ່າງ​ສານ​ 2 ປະ​ເທດ ​ແລະ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ພິ​ເສດ​ແມ່ນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນູ​ດ ​ເພື່ອ​ພ້ອມ​ກັນ​ສ້າງ​ຂະ​ແໜງ​ຍຸຕິ​ທຳ​ປະຊາທິປະ​​ໄຕ, ​​ເຂັ້ມ​ງວດ. ທ່ານ​ຮອງ​ປະທານ Dang Quang Phuong ​ໄດ້​ແຈ້ງ​​ໃຫ້​ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ຊາບກ່ຽວ​ກັບ​ໝາກຜົນ​ການ​ເຈລະຈາ ກັບ​ສານ​ປະຊາຊົນ​ສູ​ງສຸດ​ລາວ ​ໂດຍ​ທ່ານ​ຮອງ​ປະທານສານ ສົມ​ບຸນ ສອນ​ທິກຸມມານ ນຳ​ໜ້າ, ​ໃນ​ນັ້ນ​ເນັ້ນ​ໜັກວ່າ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ປີ 2012 ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ ​​ແມ່ນເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນ​ໃນ​ການ​ພິພາກສາ, ປະຕິ​ຮູບ​ລະບົບ​ສານ, ​ພົວພັນແລກປ່ຽນ​ລະຫວ່າງ​ສານ 2 ປະ​ເທດ.

ຂ່າວ/ບົດ​ອື່ນ