ຄະນະຜູ້ແທນຫ້ອງວ່າການທຳນຽບປະທານາທິບໍດີ Angola ເຮັດວຽກຢູ່ແຂວງ ບັກນິນ

ຄະນະຜູ້ແທນຫ້ອງວ່າການທຳນຽບປະທານາທິບໍດີ Angola ເຮັດວຽກຢູ່ແຂວງ ບັກນິນ  - ảnh 1
ທ່ານນາງ Florbela Rocha Araujo ເຮັດວຽກກັບ ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ບັກ​ນິນ ຫງວຽນ​ຕ໋ຽນ​ເຍື່ອງ

(vovworld) – ວັນ​ທີ 25/3, ຄະນະ​ຜູ້​ແທນ​ຫ້ອງ​ວ່າການທຳນຽບ​ປະທານາທິບໍດີ Angola ​ໂດຍ​ທ່ານນາງ Florbela Rocha Araujo, ​ເລຂາ​ດ້ານ​ລະບອບ​ກົດໝາຍ ​ເປັນ​ຫົວໜ້າ​ຄະນະ​ໄດ້​ມາ​ຢ້ຽມຢາມ​ແຂວງ ບັກ​ນິນ ​ໃນຂອບ​ເຂດ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ການ​ນຳ​ແຂວງ ບັກ​ນິນ ​ໄດ້​ແຈ້ງ​ໃຫ້​ຄະນະ​ຜູ້​ແທນ Angola ຊາບ​ບັນດາ​ຈຸດ​ສັງ​ລວ​ມກ່ຽວ​ກັບ​ສະພາບ​ການ​ພັດທະນາ​​ເສດຖະກິດ - ສັງຄົມ​ຂອງ​ແຂວງ ​ແລະ ປາດ​ຖະໜາ​ຢາກ​ແບ່ງປັນ​ບົດຮຽນ​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ແຂວງ ບັກ​ນິນ ກັບ Angola, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ. ຕີ​ລາຄາ​ສູງ​ກົນ​ໄກ, ນະ​ໂຍບາຍ​ຂອງ​ແຂວງ ບັກ​ນິນ ​ໃນ​ວຽກ​ງານ​ດຶງ​ດູດ​ເງິນລ​ົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (ຫຼື FDI), ທ່ານ​ນາງ Florbela Rocha Araujo ຢືນຢັນ​ວ່າ: ​ເລື່ອງ​ຊອກ​ຫາ​ສະພາບ​ການ​ຕົວ​ຈິງ​ຢູ່​ແຂວງ ບັກ​ນິນ ຈະ​ຊ່ວຍ​ໃຫ້ Angola ມີ​ບົດຮຽນ​ຕື່ມ​ອີກ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດີ​ກ່ວາ​ອີກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ບັກ​ນິນ ຫງວຽນ​ຕ໋ຽນ​ເຍື່ອງ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ Angola ປະຈຳ ຫວຽດນາມ ​ໄດ້​ເຊັນ​ບົດບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ເຄື່ອງ​ປ່າ​ຂອງ​ດົ່ງ, ສະໜອງແຮງ​ງານ​ກໍ່ສ້າງ​ໃນ​ຂະ​ແໜງ​ນ້ຳມັນ​ອາຍ​ແກ​ດຢູ່ Angola.

ຂ່າວ/ບົດ​ອື່ນ