ຄະນະຜູ້ແທນອົງຄະນະພັກແຂວງດັກລັກມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ບົນຈິດໃຈສາມັກຄີເປັນເອກະພາບ, ຄະນະຜູ້ແທນຂອງອົງຄະນະພັກແຂວງ ດັ໊ກລັ໊ກ ຈະປະຕິບັດບັນດາເນື້ອໃນໃນລາຍການເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ກຳນົດຢ່າງຄົບຖ້ວນ
ຄະນະຜູ້ແທນອົງຄະນະພັກແຂວງດັກລັກມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1ທີ່ກອງປະຊຸມ
(ພາບ: laodong.vn)

ທີ່ກອງປະຊຸມຄະນະຜູ້ແທນອົງຄະນະພັກແຂວງ ດັ໊ກລັ໊ກ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ດຳເນີນໃນວັນທີ 12 ມັງກອນ, ທ່ານ ຟ້າມມິງເຕີ໊ນ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ ດັ໊ກລັ໊ກ, ໃຫ້ຮູ້ວ່າ: ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ເຊິ່ງດຳເນີນໃນລະຫວ່າງວັນທີ 25 ມັງກອນ ຫາວັນທີ 02 ກຸມພາ ຢູ່ນະຄອນຫຼວງຮ່າໂນ້ຍ ນີ້, ຄະນະຜູ້ແທນແຂວງ ດັ໊ກລັ໊ກ ມີຜູ້ແທນ 20 ທ່ານເຂົ້າຮ່ວມຢ່າງເປັນທາງການ. ທ່ານ ຟ້າມມິງເຕີ໊ນ, ກ່າວວ່າ.

        “ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ບົນຈິດໃຈສາມັກຄີເປັນເອກະພາບ, ຄະນະຜູ້ແທນຂອງອົງຄະນະພັກແຂວງ ດັ໊ກລັ໊ກ ຈະປະຕິບັດບັນດາເນື້ອໃນໃນລາຍການເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ກຳນົດຢ່າງຄົບຖ້ວນ, ດ້ວຍຈິດໃຈໜ້າທີ່ຄວາມຮັດຊອບ, ສະຕິລະບຽບວິໄນໃນພັກ, ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ