ຄະນະຜູ້ແທນອະດີດນັກໂທດການເມືອງ ນະຄອນໂຮ່ຈິມິນຢ້ຽມຢາມຮ່າໂນ້ຍ

ຄະນະຜູ້ແທນອະດີດນັກໂທດການເມືອງ ນະຄອນໂຮ່ຈິມິນຢ້ຽມຢາມຮ່າໂນ້ຍ - ảnh 1

ທ່າ​ນນາງຫງວຽນ​ທິຢວານ

(ພາບ: vnexpress.net)

(vovworld)- ຕອນ​ບ່າຍ​ວັນ​ທີ 5/4, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ລວມມີ 80 ຄົນ​ຕາງໜ້າ​ໃຫ້ອະດີດ​ນັກ​ໂທດ​ການ​ເມືອງ​ນະຄອນ​ໂຮ່ຈິ​ມິນ 9000 ຄົນ​ໄດ້​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ, ທ່າ​ນນາງຫງວຽນ​ທິຢວານ, ຮ​ອງປະທານ​ປະ​ເທດ​ຫວຽດນາມ ​ໄດ້​​ແຈ້ງ​ໃຫ້​ຄະນະຊາບ​ກ່ຽວ​ກັບສະພາບ​ການ​ເສດຖະກິດ, ການ​ເມືອງ, ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພັກ, ລັດ​ໃນ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ໃຫ້​ບັນດາຄອບຄົວທີ່​ມີ​ຄຸນງາມຄວາມດີ, ຄອບຄົວ​ນະ​ໂຍບາຍ, ບັນດາ​ອະດີດ​ນັກ​ການ​ເມືອງ….ທ່າ​ນນາງຮ​ອງປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ປາດ​ຖະໜາ​ວ່າ, ບັນດາ​ອະດີດ​ນັກ​ໂທດ​ການ​ເມືອງ​ຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ໃຫ້​ແກ່​ເຂດ​ຊຸມ​ຊົນ, ຄະ​ນະ​ພັກ, ອຳນາດການ​ປົກຄອງ​ທ້ອງ​ຖິ່ນ; ສືບ​ຕໍ່​ແມ່ນ​ແບບຢ່າງ​ດີດ​ເດັ່ນ​ໃນ​ການ​ສ້າງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ຢູ່​ຮາກ​ຖານ, ມີ​ບັນດາ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ​ເພື່ອ​ສຶກສາ​ອົບຮົມ​ລຸ້ນໜຸ່​ມ.

 

 

ຂ່າວ/ບົດ​ອື່ນ