ຄະນະພົວພັນຕ່າງປະເທດສູນກາງ ຢ້ຽມຢາມມຽນມາ, ໄທ ແລະ ສີລັງກາ

ຄະນະພົວພັນຕ່າງປະເທດສູນກາງ ຢ້ຽມຢາມມຽນມາ, ໄທ ແລະ ສີລັງກາ - ảnh 1
(ພາບປະກອບ)
(vovworld) – ​ໂດຍ​ໄດ້ຮັບ​ຄຳ​ເຊີນ​ຂອງ​ບັນດາ​ພັກ​ເພື່ອນ​ມິດ, ຄະ​ນະ​ຜູ້​ແທນຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ໂດຍ​ທ່ານ ຫງວຽນ​ຮຸຍ​ຕັງ, ຮອງ​ຫົວ​ໜ້າ​ຄະນະນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມຽນມາ, ​ໄທ ​ແລະ ສີ​ລັງກາ ​ໃນ​ລະຫວ່າງ​ວັນ​ທີ 06 – 14/04. ທີ່​ບັນດາ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ, ຄະນະ​ຜູ້​ແທນ​ໄດ້​ຢືນຢັນ​ວ່າ ພັກ​ກອມ​ມູນິດ​ຫວຽດນາມ ປາດ​ຖະໜາ​ຢາກ​ຊຸກ​ຍູ້​ການ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ກັບ​ບັນດາ​ພັກ​ການ​ເມືອງ, ​ເຊິ່ງລວມມີ​ທັງ​ພັກ​ກຳ​ອຳນາດ, ພັກ​ກອມ​ມູນິດ ​ແລະ ພັກຝ່າຍ​ຊ້າຍ​ມຽນມາ, ​ໄທ ​ແລະ ສີ​ລັງກາ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ, ພິ​ເສດ​ແມ່ນ​ໃນ​ບັນດາຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ​ລະຫວ່າງ​ຫວຽດນາມ ກັບ 3 ປະ​ເທດ​ດັ່ງກ່າວ. ການ​ນຳ​ບັນ​ດາພັກ​ເພື່ອ​ນມິດລ້ວນ​ແຕ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະຜູ້​ແທນກັບ​ພັກກອມ​ມູນິດ​ຫວຽດນາມ, ​ແບ່ງປັນ​ບົດຮຽນ​ນຳພາ, ຄຸ​້ມຄອງ, ​ແລກປ່ຽນ​ຂໍ້​ມູນ ​ແລະ ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ແຕ່ລະ​ປະ​ເທດ, ​​ໃນພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ປີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ