(vovworld) – ທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 28/09, ຢູ່ທຳນຽບປະທານາທິບໍດີ Istana, ທ່ານນາຍົກລັດຖະມົນຕີສິງຄະໂປ ຫຼີຊຽນຫຼົງ ໄດ້ແນະນຳຄະນະລັດຖະບານໃໝ່ ລວມມີ 37 ທ່ານ, ເພີ່ມຂຶ້ນເມື່ອທຽບໃສ່ຄະນະລັດຖະບານເກົ່າລວມ 33 ທ່ານ. ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢືນຢັນວ່າ, ບັນຊີລາຍຊື່ຄະນະລັດຖະບານໃໝ່ນີ້ ແມ່ນ “ການກະທຳທີ່ໂດດເດັ່ນ” ເພື່ອຮັບປະກັນໃຫ້ມີຖັນແຖວການນຳໃໝ່ກຽມພ້ອມຮັບໜ້າທີ່ວຽກງານຊີ້ນຳນຳພາປະເທດຊາດ ພາຍຫຼັງການເລືອກຕັ້ງໃນປີ 2020. ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຮຽກຮ້ອງໃຫ້ປະຊາຊົນສິງຄະໂປ ສະແດງຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນການນຳລຸ້ນໃໝ່ ເພື່ອໃຫ້ເຂົາເຈົ້າສາມາດອຸທິດສ່ວນໃຫ້ປະເທດຊາດ. ຕາມແຜນການ, ຄະນະລັດຖະບານໃໝ່ຈະສະບານຕົວຮັບດຳລົງຕຳແໜ່ງໃນວັນທີ 01/10 ຈະມາເຖິງ.