ຄະນະສິລະປະສາກົນ20ຄະນະຂອງ15ປະເທດເຂົ້າຮ່ວມFestivalເຫ້ວ2016

ຄະນະສິລະປະສາກົນ20ຄະນະຂອງ15ປະເທດເຂົ້າຮ່ວມFestivalເຫ້ວ2016 - ảnh 1
Festival ​ເຫ້ວ 2015

(vovworld) –  ທ່ານ ຫງວຽນ​ຢູງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ - ​ເຫ້ວ, ຫົວໜ້າ​ຄະນະ​ຈັດ​ຕັ້ງ Festival ​ເຫ້ວ 2016 ​ໃຫ້​ຮູ້​ວ່າ: ຮອດຈຸດ​ເວລາ​ນີ້, ມີ​42 ຄະນະ​ສິລະ​ປະທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ, ​ໃນ​ນັ້ນ​ມີ 20 ​ຄະນະ​ສາກົນ​ທີ່ມາຈາກ 15 ປະ​ເທດ. ບັນດາ​ຄະນະ​ສິລະ​ປະ​ຕ່າງປະ​ເທດ​ໄດ້​ມາ​ຈາກ​ 5 ທະວີ​ບຄື: ຝຣັ່ງ, ​ແບນ​ຊິກ​, ລັດ​ເຊຍ, ອັງກິດ, ​ແດນ​ມາກ, ​ໂປ​ໂລ​ຍ, ຈີນ, ສ. ​ເກົາ​ຫຼີ… Festival ​ເຫ້ວ 2016 ຖືກ​ຈັດ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 29/4 ຫາ​ວັນ​ທີ 4/5, ​ເພື່ອ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 720 ປີແຫ່ງວັນສ້າງຕັ້ງ ທ້ວນຮ໋ວາ - ຟູ໋ຊວນ - ​ເທື່ອ​ທຽນ​ເຫ້ວ, ດ້ວຍ​ຫົວ​ຂໍ້​ວ່າ “ມໍລະດົກ​ວັດທະນະທຳ​ດ້ວຍ​ການ​ເຊື່ອມ​ໂຍງ ​ແລະ ການພັດທະນາ”. ນີ້​ແມ່ນ Festival ທີ 9 ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ລະດັບ​ຊາດ ​ແລະ ສາກົນ​, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ຄະນະ​ສິລະ​ປະ, ນັກ​ສິລະ​ປິນທີ່ດີເດັ່ນຂອງ​ຫຼາຍປະ​ເທດ​ອັນຈະເຮັດໃຫ້​ງານ​ບຸນ​​ມີ​ລັກສະນະ​ວົງ​ຄະນະ​ຍາດ, ​ໃໝ່​ອ່ຽມ, ສ້າງຄວາມດຶງ​ດູດ, ເປັນການຢັ້ງຢືນ​​ເຄື່ອງໝາຍ Festival ​ເຫ້ວ ຜ່ານ​ການຈັດ​ຕັ້ງ​ຫຼາຍ​ຄັ້ງ.

ຂ່າວ/ບົດ​ອື່ນ