ຄະນະສະມາຄົມນັກຂ່າວຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ໄທ

ຄະນະສະມາຄົມນັກຂ່າວຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ໄທ - ảnh 1
ຄະນະສະມາຄົມນັກຂ່າວຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ໄທ
(ພາບ: nhandan)

(vovworld)-  ​​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ, ໂດຍ​ທ່ານ ທວ້ນ​ຫຶວ, ຫົວ​ໜ້າ​ບັນ​ນາ​ທິ​ການ​ໜັງ​ສື​ພິມ​ປະ​ຊາ​ຊົນ, ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ​ນຳ​ໜ້າ, ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ໄທ ແຕ່​ວັນ​ທີ່ 26/9 – 2/10. ທີ່​ການ​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ສະ​ຫະ​ພັນ​ສື່​ມວນ​ຊົນໄທ, ປະ​ທານ​ສະ​ຫະ​ພັນ​ສື່​ມວນ​ຊົນໄທ ເທບ​ໄຊ ຢອງ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽ​ດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​​ເລື່ອງເພີ່ມ​ທະ​ວີການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ. ຕາມ​ທ່ານ ເທບ​ໄຊ ແລ້ວ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ມາ​ຄົມ​ນັກ​ຂ່າວ​ຂອງ​ 2 ປະ​ເທດ ​ໃນ 22 ປີ​ຜ່ານ​ມາ​ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ. ທ່ານ ເທບ​ໄຊ ສະ​ເໜີ 2 ຝ່າຍ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເຫດ​ການ​ໃຫຍ່​ທີ່​ຈະ​ດຳ​ເນີນ​ໃນ​ໄລ​ຍະຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ