ຄະນະສະມາຊິກສະພາແຫ່ງຊາດ ແຂວງ ບັກນິງ, ອານຢາງ, ວິ້ງລອງ ພົບປະກັບຜູ້ມີສິດເລືອກຕັ້ງ

ຄະນະສະມາຊິກສະພາແຫ່ງຊາດ ແຂວງ ບັກນິງ, ອານຢາງ, ວິ້ງລອງ ພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ To Huy Rua, ກຳມະການ​ກົມ​ການ​ເມືອງພົບ​ປະ​ກັບ​ຜູ້​ມີສິດ​ເລືອກ​ຕັ້ງ
(ພາບ: baobacninh.com.vn)


(vovworld) -     ​ວັນ​ທີ 16/10, ທ່ານ To Huy Rua, ກຳມະການ​ກົມ​ການ​ເມືອງ, ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາ​ດ​ແຂວງ ບັກ​ນິງ ພົບ​ປະ​ກັບ​ຜູ້​ມີສິດ​ເລືອກ​ຕັ້ງ​ຢູ່​ເມືອງ ຢາ​ບິ່ງ ​ແລະ ​ເມືອງ ​ເລືອ​ງຕ່າ​ຍ. ບັນດາ​ສະມາຊິກສະພາ​​ແຫ່​ງຊາດ ​ໄດ້​ແຈ້ງ​ໃຫ້​ຊາບ​ການ​ຄາ​ດຄະ​ເນ​ເນື້ອ​ໃນ, ​ໂຄງການ, ​ເວລາ​ຈັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ແລະ ລາຍ​ງານ​ໝາກຜົນ​ການຕອບຄຳ​ຖາມ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ພະ​ແນ​ກ, ຂະ​ແໜງ​ການທ້ອງ​ຖິ່ນສຳລັບ​ບັນດາ​​ຄຳ​ເຫັນ, ຂໍ້​ສະ​ເໜີແນະຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ບັກ​ນິງ ທີ່​ກອງ​ປະ​ຊຸມຄັ້ງ​ກ່ອນ. ທ່ານ To Huy Rua ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ຮັບ​ຮູ້, ອະພິ​ປາຍບາງ​ບັນຫາ​ເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ, ສະ​ເໜີ​ໃຫ້​ບັນດາ​ຂະ​ແໜງ​ການ​ທີ່​ມີໜ້າ​ທີ່​ຮັບຜິດຊອບຂອງ​ແຂວງ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ແນະ​ທີ່​ນອນ​ໃນ​ຂອບ​ເຂດ​ສິດ​ອຳນາດຂອງ​ຕົນ. ທ່ານ To Huy Rua ​ໄດ້​ເນັ້ນ​ໜັກ​ວ່າ: ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຈະ​ເຮັດ​ຈົນ​ສຸດຄວາມ​ສາມາດ​ຂອງ​ຕົນ​ໃນ​ບົດບາດ, ໜ້າ​ທີ່​ຂອງ​ພະນັກງານ​ຊຶ່ງ​ໄດ້​ຮັບ​ການເລືອກ​ຕັ້ງຈາກ​ປະຊາຊົນ, ສະຫຼຸບ​ບັນດາ​ຄຳ​ເຫັນ​, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຢ່າງ​ເຂັ້ມ​ງວດ ​ເພື່ອ​​ສະ​ເໜີ​​ຕໍ່ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່​ຮັບ​ພິດ​ຊອບ​ພິຈາລະຈາ, ​ແກ້​ໄຂ ​ແລະ ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ສະ​ໄໝ​ປ​ະຊຸມ​ຈະ​ມາ​ເຖິງ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ອາ​ນຢາງ ​ແລະ ວິ້ງ​ລອງ ກໍ​ຈັດ​ຕັ້ງ​ບັນດາ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ