ຄະນະສະມາຊິກສະພາແຫ່ງຊາດຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ກວາງງາຍ

ຄະນະສະມາຊິກສະພາແຫ່ງຊາດຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ກວາງງາຍ - ảnh 1

(ພາບ:quangngai.gov.vn)​

( vovworld ) – ​ແຕ່​ວັນ​ທີ 29-31/7, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍີປຸ່ນໂດຍ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດ Kanda Norio ທີ່​ປຶກສາ​ໃຫ້​ທ່ານ​ລັດຖະມົນຕີ​ບັນດາ​ການ​ບໍລິການ​​ການ​ເງິນ ​ແລະ ທ່ານ​ລັດຖະມົນຕີ​ການ​ປະຕິ​ຮູບ​ໄປສະນີ​ຍີ່ປຸ່ນ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂ​ວງກວາງ​ງາຍ. ​​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກວາງ​ງາຍ, ທ່ານສະມາຊິກ​ສະພາ​ແຫ່ງ​ຊາດ Kanda Norio ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ ​ເສດຖະກິດສັງຄົມ​ຂອງ​ແຂວງ​ກວາງ​ງາຍ, ພິ​ເສດ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ ​ແລະ ​ຊັບພະຍາກອນ​ມະນຸດດ້ານ​ເຕັກນິກ. ທ່ານ​ໃຫ້​ຮູ້​ວ່າ​ຈະ​ມານະ​ພະຍາຍາມ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ລອງ​​ໂມນ-​ເມືອງ​ມິ​ງລອງ, ພ້ອມ​ກັນນັ້ນຈະ​ເອົາ​ໃຈ​ໃສ່​ຊຸກຍູ້​ບັນດາ​ໂຄງການ​ອື່ນໆ​ເພື່ອ​ໜູນ​ຊ່ວຍ​ແຂວງ​ກວາງ​ງາຍ. ສ່ວນການ​ນຳ​ແຂວງ​ກວາງ​ງາຍ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ຂອງ​ລັດຖະບານ, ບັນດາ​ອົງການ​ຈັດຕັ້ງຂອງ​ຍີ່ປຸ່ນ​ ທີ່​ມີ​ຕໍ່​ແຂວງ​ກວາງ​ງາຍ ​ໃນ​ໄລຍະ​ທີ່​ຜ່ານ​ມາ​ໂດຍຜ່ານ​ບັນດາ​ໂຄງການ​ໜູນ​ຊ່ວຍ, ລົງທຶນ​ຢູ່​ແຂວງ​ກວາງ​ງາຍ; ພ້ອມ​ທັງ​ໃຫ້​ຮູ້​ວ່າ: ​ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ, ​ແຂວງ​ກວາງ​ງາຍ ​ຈະສຸມ​ໃສ່​ລົງທຶນ​ພັດ​ທະນາ​ອຸດສາຫະກຳ, ​ເຂດ​ຕົວ​ເມືອງ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ, ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວວາ ​ແລະ ໝັ້ນຄົງ​ໃຫ້​ແກ່ 6 ​ເມື​ອງພູດ​ອຍທີ່​ທຸກ​ຍາກ​ຂອງ​ແຂວງ; ສະນັ້ນທາງ​ແຂວງ​ກໍ່​​ຕ້ອງການ​ໄດ້​ຮັບ​ການ​ໜູນ​ຊ່ວຍ, ຮ່ວມ​ມື​ຈາກ​ເພື່ອນ​ມິດສາ​ກົນທີ່​ສຸດ, ​ໃນ​ນັ້ນມີ​ຍີ່ປຸ່ນ.

 

 

ຂ່າວ/ບົດ​ອື່ນ