ຄະນະສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງບັນດາທ້ອງຖິ່ນ

ຄະນະສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງບັນດາທ້ອງຖິ່ນ - ảnh 1
ຜູ້​ມີ​ສິດ​ເລືອກ​ຕັ້ງ​​​​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ
ພາບ:cantho.vn

(vovworld)-​ ຕອນ​ບ່າຍ​ວັນ​ທີ 27/6, ຢູ ເມືອງ ນີງ​ກ່ຽວ ນະ​ຄອນ ເກີນ​ເທີ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ ເກີນ​ເທີ ໂດຍ​ທ່ານ ເຈີນ​ແທງ​ເໝີນ, ຫົວ​ຫນ້າ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ເກີນ​ເທີ, ເລ​ຂາ​ຄະ​ນະ​ພັກ​ແຂວງ​ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພາຍ​ຫລັງ​ອັດ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13.   ທີ່​ການ​ພົບ​ປະ, ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ເທື່ອນີ້. ໃນ​ວັນ​ດຽວ​ກັນ, ​ຢູ່​ເມືອງ ລອງ​ແທ່ງ ແລະ ເຍີນ​ແຈກ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ດົງ​ນາຍ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ນະ​ການ​ພົບ​ປະ, ບັນ​ດາ​ຜູ​້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ຫລາຍ​ເນື້ອ​ໃນ ຊື່ງກອງ​ປະ​ຊຸມເທື່ອ​ທີ 9 ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື ແລະ ຕັດ​ສິນ​ຫລາຍ​ບັນ​ຫາ​ສຳ​ຄັນ​, ໃນ​ນັ້ນ ແມ່ນ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍກໍ່​ສ້າງ​ສະ​ຫນາມ​ບິນ​ສາ​ກົນ ລອງ​ແທ່ງ.

 

ຂ່າວ/ບົດ​ອື່ນ