ຄະນະສາກົນຫຼາຍຄະນະເຂົ້າຮ່ວມລາຍການສະແດງຟ້ອນຕຸກກະຕາ ຢູ່ ນິງບິ່ງ

(VOVWORLD) -ລາຍການໄດ້ນຳເອົາສິລະປະຟ້ອນຕຸກກະຕາ ຫຼາຍລາຍການທີ່ໜ້າປະທັບໃຈ, ເປັນເອກະລັກສະເພາະ ມາສະແດງຮັບໃຊ້ບັນດາຜູ້ຊົມ. 

ຄະນະສາກົນຫຼາຍຄະນະເຂົ້າຮ່ວມລາຍການສະແດງຟ້ອນຕຸກກະຕາ ຢູ່ ນິງບິ່ງ - ảnh 1 (ພາບປະກອບ:TTXVN)

ໃນຂອບເຂດງານມະໂຫລານ ຟ້ອນຕຸກກະຕາສາກົນ ຄັ້ງທີ V ປີ 2018, ຕອນຄ່ຳວັນທີ 14 ຕຸລາ, ທີ່ນະຄອນນິງບິ່ງ, ກົມສິລະປະການສະແດງ - ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບພະແນກ ວັດທະນະທຳ ແລະ ກິລາ ແຂວງນິງບິ່ງ ໄດ້ຈັດລາຍການສະແດງຟ້ອນຕຸກກະຕາສາກົນ ຊຶ່ງດຶງດູດມວນຊົນເຂົ້າມາຊົມເປັນຈຳນວນຫຼວງຫຼາຍ. ນີ້ແມ່ນໂອກາດເພື່ອແນະນສີສັນວັດທະນະທຳ ຫວຽດນາມ ເວົ້າລວມ ແລະ ແຂວງນິງບິ່ງ ເວົ້າສະເພາະ ໃຫ້ແກ່ເພື່ອນມິດສາກົນ.

ເຂົ້າຮ່ວມຄ່ຳຄືນການສະແດງ ມີບັນດາຄະນະສິລະປະຟ້ອນຕຸກກະຕາຂອງ ກຳປູເຈຍ, ຝຣັ່ງ, Wallonie Bruxlles (ແບນຊິກ) ແລະ ຫວຽດນາມ. ລາຍການໄດ້ນຳເອົາສິລະປະຟ້ອນຕຸກກະຕາ ຫຼາຍລາຍການທີ່ໜ້າປະທັບໃຈ, ເປັນເອກະລັກສະເພາະ ມາສະແດງຮັບໃຊ້ບັນດາຜູ້ຊົມ. 

ຕອບກັບ

ຂ່າວ/ບົດ​ອື່ນ