ຄະນະອະດີດຄູອາຈານຊາວຫວຽດນາມອາໄສຢູ່ໄທລົງຢ້ຽມຢາມບ້ານເກີດຂອງ ປະທານໂຮ່ຈິມິນ

(VOVWORLD) -ໃນລາຍການເຄື່ອນໄຫວຂອງຄະນະອະດີດຄູອາຈານຊາວຫວຽດນາມອາໄສຢູ່ໄທກັບຄືນຢ້ຽມຢາມປະເທດຊາດ, ວັນທີ 7 ຕຸລາ, ຄະນະໄດ້ລົງຢ້ຽມຢາມບ້ານເກີດຂອງທ່ານປະທານໂຮ່ຈິມິນທີ່ເມືອງ ນາມດານ ແຂວງ ເງະອານ
ຄະນະອະດີດຄູອາຈານຊາວຫວຽດນາມອາໄສຢູ່ໄທລົງຢ້ຽມຢາມບ້ານເກີດຂອງ ປະທານໂຮ່ຈິມິນ   - ảnh 1

    ຄະນະອະດີດຄູອາຈານຊາວຫວຽດນາມອາໄສຢູ່ໄທລົງຢ້ຽມຢາມບ້ານເກີດຂອງ ປະທານໂຮ່ຈິມິນ  

ຄະນະໄດ້ໄປຢ້ຽມຊົມເຂດປູຊະນີຍະສະຖານກິມລຽນ ທີ່ບ້ານແຊນຊຶ່ງແມ່ນບ້ານເກີດຂອງບິດາປະທານໂຮ່ຈິມິນ ແລະ ບ້ານຮ່ວາງຈູ ຊຶ່ງແມ່ນບ້ານເກີດຂອງພະມານດາຂອງເພິ່ນ. ບັນດາຄູອາຈານໄດ້ຖະຫວາຍທູບທຽນ, ດອກໄມ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຄວາມເຄົາລົບນັບຖືຕໍ່ ປະທານໂຮ່ຈິມິນ ຊຶ່ງໄດ້ອຸທິດສ່ວນຕະຫຼອດຊີວິດເພື່ອນຳມາເຊິ່ງສັນຕິພາບ ແລະ ຄວາມຜາສຸກມາໃຫ້ປະຊາຊົນຫວຽດນາມ ແລະ ປະຊາຊົນໃນໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ