ຄະນະເລຂາສູນກາງພັກກວດກາ ການປະຕິບັດມະຕິສູນກາງພັກຄັ້ງທີ 4 ຢູ່ Can Tho

ຄະນະເລຂາສູນກາງພັກກວດກາ ການປະຕິບັດມະຕິສູນກາງພັກຄັ້ງທີ 4 ຢູ່ Can Tho - ảnh 1
ທ່ານ Dinh The Huynh ກ່າວຄຳເຫັນທີ່ກອງປະຊຸມ
( ພາບ: dangcongsan.vn )

( vovworld ) –   ຕອນ​ບ່າຍ​ວັນ​ທີ 17/4, ຄະນະ​ປະຕິບັດງານ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປ​ກວດກາ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 “ ບາງ​ບັນຫາ​ຮີ​ບດ່ວນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ປະຈຸ​ບັນ ” ​ແລະ ວຽກ​ງານ​ຜັນ​ຂະຫຍາຍ​ປະຕິບັດມະຕິ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວກັບການ “ ສືບ​ຕໍ່​​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ ” ຢູ່​ອົງຄະນະ​ພັກນະຄອນ Can Tho. ນະທີ່​ນີ້, ​ທ່ານ Dinh The Huynh ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ຜັນ​ຂະຫຍາຍ​​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ໃຫ້​ແກ່​ພະນັກງານ​ຫຼັກ​​ແຫຼ່ງ​​ຖືກ​ຕາມ​ກຳນົດ​ເວລາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມພາຍ​ໃນ​ໝູ່ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ. ທ່ານ Dinh The Huynh ​​ສະ​ເໜີ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ນະຄອນ​ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານ​ຕຳ​ນິຕິ​ຊົມ ​ແລະ ຕຳ​ນິຕົນ​​ເອງຢ່າງ​ເຂັ້ມ​ງວດ ​ຖືກ​ຕາມ​ຈິດ​ໃຈ​ຊີ້​ນຳ​ຂອງ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4, ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ຊາບ​ຊືມມະຕິຢ່າງ​ມີ​ປະສິດທິ​ຜົນຢູ່​ບັນດາ​ຂັ້ນ​ເມືອງ ​ແລະ ບັນດາ​ອົງຄະ​ນະ​ພັກ​ຂຶ້ນ​ກັບ ​ແລະ ສືບ​ຕໍ່​ຊີ້​ນຳ​ການ​ຮໍ່າຮຽນຊາບ​ຊືມມະຕິ​ຢູ່​ຂັ້ນ​ຮາກ​ຖານ ​ເພື່ອມີ​ຄວາມ​ຮັບ​ຮູ້​ລວມຢ່າງຄົບ​ຖ້ວນ ​ແລະ ​ເລິກ​ເຊິ່ງກ່ຽວ​ກັບ​ເປົ້າ​ໝາຍ, ຄວາມ​ໝາຍ, ​ເນື້ອ​ໃນ​ ກຳ​​ແໜ້ນທັດສະນະ​ແນວ​ຄິດ​ການ​ຊີ້​ນຳ​ຂອງມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4.
ຂ່າວ/ບົດ​ອື່ນ