ຄະນະເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມມອບ​ລາງວັນ​ໃຫ້​ແກ່​ບັນ​ດາ​ພົນ​ງານ​ທິດ​ສະ​ດີ, ບົດ​ວິ​ຈານ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ທີ່​ມີ​ຄຸນ​ຄ່າ​ທາງ​ທິດ​ສະ​ດີ ແລະ ພຶ​ດ​ຕິ​ກຳ​ຕົວ​ຈິງ

(VOVWORLD) - ຕອນຄ່ຳວັນທີ 1 ສິງຫາ, ຢູ່ຮ່າໂນ້ຍ, ສະພາທິດສະດີ, ວິຈານວັນນະຄະດີ, ສິປະລະສູນກາງໄດ້ຈັດຕັ້ງພິທີມອບລາງວັນບັນດາຜົນງານທິດສະດີ, ວິຈານວັນນະຄະດີ, ສິປະລະໄດ້ພິມຈຳໜ່າຍປີ 2018. 
ຄະນະເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມມອບ​ລາງວັນ​ໃຫ້​ແກ່​ບັນ​ດາ​ພົນ​ງານ​ທິດ​ສະ​ດີ, ບົດ​ວິ​ຈານ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ທີ່​ມີ​ຄຸນ​ຄ່າ​ທາງ​ທິດ​ສະ​ດີ ແລະ ພຶ​ດ​ຕິ​ກຳ​ຕົວ​ຈິງ - ảnh 1ທ່ານ ຫງວຽນເທ໊ກິ ປະທານສະພາທິດສະດີ, ວິຈານວັນນະຄະດີ, ສິປະລະສູນກາງ

ນີ້ແມ່ນການມອບລາງວັນຂອງ ຄະນະເລຂາສູນກາງພັກກອມມູນິດຫວຽດນາມໃຫ້ບັນດານັກຂຽນທີ່ມີຜົນງານມີຄຸນຄ່າທາງດ້ານວິທະຍາສາດ, ປະກອບສ່ວນກ່ຽວກັບດ້ານ ທິດສະດີ ແລະ ພຶດຕິກຳຕົວຈິງ.

ກ່າວຄຳເຫັນທີ່ພິທີ, ຕີລາຄາສູງຕໍ່ບັນດາຜົນງານເຂົ້າຮ່ວມການແຂ່ງຂັນປີນີ້, ທ່ານ ຫງວຽນເທ໊ກິ ກຳມະການສູນກາງພັກ, ປະທານສະພາທິດສະດີ, ວິຈານວັນນະຄະດີ, ສິປະລະສູນກາງໄດ້ເນັ້ນໜັກວ່າ ບັນດານັກແຕ່ງໄດ້ສະຫຼະເວລາ, ເຫື່ອແຮງ, ສະຕິປັນຍາເພື່ອມີບັນດາຜົນງານທິດສະດີ, ວິຈານທີ່ປະກອບສ່ວນຢ່າງໂດຍກົງເຖິງການຊຸກຍູ້ການພັດທະນາຂົງເຂດທີ່ມີຄວາມສຳຄັນທີ່ສຸດ ແລະ ພວມຍືນຢູ່ຕໍ່ໜ້າສິ່ງທ້າທາຍຕ່າງໆ.

ລວມທັງໝົດມີ 86 ຜົນງານທີ່ໄດ້ສົ່ງມາເຂົ້າຮ່ວມແຂ່ງຂັນ, ໃນນັ້ນມີ  ປຶ້ມ 37 ຫົວ, ບົດຂຽນ 49 ບົດ ແລະ ລາຍການກະຈາຍສຽງຕ່າງໆຂອງບັນດາອົງການ, ຫົວໜ່ວຍສະເໜີພິຈາລະນາມອບລາງວັນ. ຄະນະຊີ້ນຳໄດ້ພິຈາລະນະ, ຊັ່ງຊາ ແລະຕົກລົງ, ເຫັນດີເປັນເອກະພາບ ມອບລາງວັນໃຫ້ 15 ຜົນງານ, ໃນນັ້ນມີ: 4 ຜົນງານຍາດໄດ້ລາງວັນ A, 6 ຜົນງານຍາດໄດ້ລາງວັນ B, 5 ຜົນງານຍາດໄດ້ລາງວັນ C. ໃນນັ້ນ, ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ 2 ລາງວັນ B, 1 ລາງວັນ C.

ຕອບກັບ

ຂ່າວ/ບົດ​ອື່ນ