ຄະນະເລຂາສູນກາງພັກພົບປະສັງສັນກັບພະນັກງານຂັ້ນສູງໄດ້ພັກກິນເບ້ຍບຳນານ

(VOVWORLD) -ວັນທີ 17 ພຶດສະພາ ຢູ່ຮ່າໂນ້ຍ, ຄະນະເລຂາສູນກາງພັກຈັດຕັ້ງກອງປະຊຸມພົບປະສັງສັນກັບພະນັກງານຂັ້ນສູງໄດ້ພັກກິນເບ້ຍບຳນານຢູ່ທັງ 3 ພາກເໜືອ - ກາງ - ໃຕ້, ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ວຽກງານກໍ່ສ້າງພັກ, ຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງໃນໄລຍະຜ່ານມາ
ຄະນະເລຂາສູນກາງພັກພົບປະສັງສັນກັບພະນັກງານຂັ້ນສູງໄດ້ພັກກິນເບ້ຍບຳນານ - ảnh 1 ຄະນະເລຂາສູນກາງພັກພົບປະສັງສັນກັບພະນັກງານຂັ້ນສູງໄດ້ພັກກິນເບ້ຍບຳນານ (ພາບ: ຫວຽດນາມ+)

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນປະທານກອງປະຊຸມ. ກ່າວຄຳເຫັນນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ ປີ 2016 ແລະ ຊຸມເດືອນຕົ້ນປີ 2017 ສະພາບການໂລກຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນໄວ້ລ່ວງໜ້າໄດ້. ຢູ່ພາຍໃນປະເທດໄດ້ເກີດຫລາຍເຫດການທີ່ໜ້າເປັນຫ່ວງ. ໃນສະພາວະນັ້ນ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກໄດ້ສຸມໃສ່ຊີ້ນຳນຳພາ, ທັງລະບົບການເມືອງໄດ້ເຂົ້າຮ່ວມ, ທົ່ວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບ ຫວຽດນາມ ເປັນຈິດໜຶ່ງໃຈດຽວ, ຜ່ານຜ່າທຸກຄວາມຫຍຸ້ງຍາກສິ່ງທ້າທາຍ ແລະ ໄດ້ບັນລຸໝາກຜົນສຳຄັນຫລາຍຢ່າງໃນຫລາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ