ຄະນະໂຄສະນາສຶກສາສູນກາງ ສະຫຼຸບວຽກງານ ໂຄສະນາປີ 2012, ຜັນຂະຫຍາຍໜ້າທີປີ 2013

ຄະນະໂຄສະນາສຶກສາສູນກາງ ສະຫຼຸບວຽກງານ ໂຄສະນາປີ 2012, ຜັນຂະຫຍາຍໜ້າທີປີ 2013 - ảnh 1
ທ່ານ ບຸ​ຍ​ເທ໋ດຶກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ
(ພາບ: qdnd.vn)


(vovworld) -     ​ ຕອນ​ເຊົ້າ​ວັນ​ທີ 17/01, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຈັດ​ກອງປະຊຸມ​ຜູ້ລາຍ​ງານບັນດາ​ແຂວງ, ນະຄອນ​ທາງ​ພາກ​ເໜືອ, ບັນດາ​ອົງການ, ອົງຄະ​ນະພັກສັງກັດ​ສູນ​ກາງ, ສະຫຼຸບ​ວຽກ​ງານ​ໂຄສະນາ​ດ້ວຍ​ປາກ​ຕໍ່ປາກ​ປີ 2012, ຜັນ​ຂະຫຍາຍ​ໜ້າ​ທີ່ປີ 2013. ກອງ​ປະຊຸມ​ໄດ້​ຍົກ​ອອກ​ບັນດາ​ໜ້າ​ທີ່​ລະອຽດ ​ເພື່ອ​​ແນ​ໃສ່​ປະຕິບັດ​ທິດ​ທາງ​ລວມຂອງ​ວຽກ​ງານ​ໂຄສະນາ​ດ້ວຍ​ປາກ​ຕໍ່ປາກປີ 2013 ນັ້ນ ​ແມ່ນ​ຄົ້ນ​ຄວ້າ, ຊາບ​ຊືມການ​ໂຄສະນາ ​ແລະ ຜັນ​ຂະຫຍາຍ​ການປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ, ​ເປັນ​ເສນາ​ທິການ, ສະ​ເໜີ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​​ບັນດາ​ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ຊຸດ​ທີ 11, ບັນດາມະຕິ​, ຄຳ​ສັ່ງ, ຂໍ້​ສະຫຼຸບ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ, ບັນດາ​ມະຕິ ​ແລະ ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານ ບຸ​ຍ​ເທ໋ດຶກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ.

        “ວຽກ​ງານຂອງຜູ້ລາຍ​ງານ ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​​ຄວາມເປັນ​ເອກະ​ພາບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ພັກ, ​ໃນໝູ່​ປະຊາຊົນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ. ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໃນ​ປີ 2013 ນີ້ ​ແນ່ນອນ​ວ່າ​ຍັງ​ມີ​ຄວາມສັບສົນກວ່າ​ອີກ, ພວກ​ເຮົ້າ​ຕ້ອງ​ຊາບ​ຊືມ 2 ຄວາມ​ຮຽກຮ້ອງ​ຍຸດ​ທະ​ສາດ​ຂອງ​ພັກ, ລັດ ​ແມ່ນ​ເຮັດ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ຮັບຮູ້​ຢ່າງ​ຈະ​ແຈ້ງ​ວ່າ ການ​ຮັກສາ​ເອກະລາດ​ຜືນ​ແຜ່ນດິນ​ຢ່າງ​ຄົບ​ຖ້ວນ ​ແລະ ຮັກສາ​ສະພາບ​ສັນຕິພາບ, ສະຖຽນ​ລະ​ພາບ​ຢ່າງ​ໝັ້ນ​ຂົງ​ແມ່ນເພື່ອ​ພັດທະນາ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ