ຄາດວ່າວັນທີ 10 ທັນວາ ຈະໄຂກອງປະຊຸມຄັ້ງທີ 29 ຄະນະປະຈຳສະພາແຫ່ງຊາດຊຸດທີ 14

(VOVWORLD) -  ວັນທີ 07 ທັນວາ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ອອກແຈ້ງການຂ່າວກ່ຽວກັບກອງປະຊຸມຄັ້ງທີ 29 ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະດຳເນີນຢູ່ສຳນັກງານສະພາແຫ່ງຊາດທີ່ ຮ່າໂນ້ຍ ໃນລະຫວ່າງວັນທີ 10 – 12 ທັນວາ 2018.

ຕາມລາຍການຄາດຄະເນທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະດຳເນີນການພິຈາລະນາ, ປະກອບຄຳເຫັນກ່ຽວກັບເນື້ອໃນຕ່າງໆຄື: ພິຈາລະນາ, ຕົກລົງການດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019; ພິຈາລະນາ, ຮັບຮອງເອົາຮ່າງລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະບັນຍັດທີ່ກ່ຽວຂ້ອງເຖິງການວາງແຜນ.

ຕອບກັບ

ຂ່າວ/ບົດ​ອື່ນ