ຄຳສັ່ງຊີ້ນຳຂອງຄະນະ ເລຂາກ່ຽວກັບການຊີ້ນຳນຳພາກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ 11

( vovworld ) - ຄະນະ​ເລຂາ​ສູນ​ກາງ​ພັກ​ຫາ​ກໍ​ປະກາດ​​ໃຊ້ຄຳ​ສັ່ງ​ຊີ້​ນຳ​ກ່ຽວ​ກັບ​ການ​ນຳ​ພາກອງ​ປະຊຸມ​ໃຫຍ່​ກຳມະບານທຸກ​ຂັ້ນ​ ​ແລະ ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ​ຄັ້ງ​ທີ 11 ( ອາ​ຍຸ​ການ 2012 - 2018 ). ຄຳ​ສັ່ງ​​ຊີ້​ແຈ້ງວ່າ, ປີ 2012 ​ແລະ 2013 ​ແມ່ນ​​ເວ​ລາດຳເນີນ​ກອງ​ປະຊຸມ​ໃຫຍ່​ກຳມະບານທຸກ​ຂັ້ນ​ ​ແລະ ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ​ຄັ້ງ​ທີ 11 ( ອາ​ຍຸ​ການ 2012 - 2018 ). ນີ້​ແມ່ນ​ເຫດການ​​ການ​ເມືອງທີ່​ສຳຄັນ​ເປັນ​ຂີດ​ໝາຍ​ບາດກ້າວ​ພັດ​ທະນາ​ໃໝ່​ຂອງ​ການ​ເສີມ​ຂະຫຍາຍ​ບົດບາດ, ໜ້າ​ທີ່​ຮັບຜິດຊອບຂອງ​ຊົນ​ຊັ້ນ​ກຳ​ມະກອນ ​ແລະ ອົງການ​ກຳມະບານ​ຫວຽດນາມ ​ໃນ​ໄລຍະ​ປະຕິວັດ​ໃໝ່. ຄະນະ​ເລຂາ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ​ທຸກ​ຂັ້ນ​, ອົງການ​ພັກ​ສຸມ​ໃສ່​ຊີ້​ນຳການ​ປະຕິ​ບັດ​ໜ້າ​ທີ່​ຈຳນວນ​ໜຶ່ງໃຫ້​ເປັນ​ຢ່າງ​ດີ​ຄື: ຊີ້​ນຳ​ນຳພາຄະນະ​ບໍລິຫານ​ງານ​ກຳມະບານ​ທຸກຂັ້ນ​​ກະ​ກຽມ​ເນື້ອ​ໃນ​ເອກະສານ​ທີ່​ຍື່ນສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​​ໃຫ້ເປັນ​ຢ່າງ​ດີ, ​ເພີ່ມ​ທະວີ​ການ​ຊີ້​ນຳ, ນຳພາການປ່ຽນ​ໃໝ່​ວຽກ​ງານ​ບຸກຄະລາ​ກອນ​ຢູ່​ກອງ​ປະຊຸມ​ໃຫຍ່​ກຳມະບານທຸກ​ຂັ້ນ​ຕາມ​ທິດ​ເປີດ​ກວ້າງ ​ແລະ ​ເສີມ​ຂະຫຍາຍ​ລັກສະນະ​ປະຊາທິປະ​​ໄຕ, ຮັບປະກັນ​ໃຫ້​ຖືກຕ້ອງ​ຕາມຂັ້ນ​ຕອນ ​ແລະ ມາດຕະຖານ​ໃນ​ການ​ຄັດ​ເລືອກ, ​ສະ​ເໜີບຸກຄະລາ​ກອນ​ເຂົ້າ​ຄະນະ​ບໍລິຫານ​ງານ​ກຳ​ມະ​ບານແຕ່ລະ​ຂັ້ນ, ​ພິ​ເສດ​ແມ່ນ​ບັນດາ​ຕໍາ​ແໜ່​ງຕົ້ນ​ຕໍ່.
ຂ່າວ/ບົດ​ອື່ນ