ຄຳສັ່ງລົງໂທດຂອງຝ່າຍເອີລົບຕາເວັນຕົກຈະກາຍເປັນທ່າໄດ້ປຽບໃຫ້ລັດເຊຍ

ຄຳສັ່ງລົງໂທດຂອງຝ່າຍເອີລົບຕາເວັນຕົກຈະກາຍເປັນທ່າໄດ້ປຽບໃຫ້ລັດເຊຍ - ảnh 1
(ພາບປະກອບ)

 (vovworld) – ​ ວັນ​ທີ 22/11 ທ່ານ​ປະທານາທິບໍດີ ລັດ​ເຊ​ຍ Vladimir Putin ປະກາດວ່າບັນດາ​ມາດຕະການ​ລົງ​ໂທດ​ຂອງຝ່າຍ​​ຕາ​ເວັນ​ຕົກ​ຕໍ່ ລັດ​ເຊຍ ຄວາມ​ຈິງ​ແລ້ວ​ແມ່ນ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ວິ​ສາ​ຫະກິດ​ຂອງ ລັດ​ເຊຍ ຫລາຍ​ແຫ່ງ, ​ເພາະສະ​ນັ້ນ ມົດ​ສະ​ກູ ຈະ​ຕັ້ງໜ້າ​ພະ​ຍາ​ຍາມ​ແກ​່ຍາວ​ບັນດາ​ມາດ​ຕະການ​ໂຕ້​ຕອບຝ່າຍ​ຕາ​ເວັນ​ຕົກ​ໃນ​​ໄລ​ຍະ​ຍາວ​ທີ່​ສຸດ ​ເຊິ່ງສາມາດ​ເປັນ​ໄປ​ໄດ້. ກ່າວຄຳ​ເຫັນ​ທີ່ “​ເວທີ​ປາ​ໄສ​ການ​ກະທຳ” ຂອງ​ແນວ​ໂຮມ​ປະຊາຊົນ​ທົ່ວ ລັດ​ເຊຍ (ONF), ທ່ານປະທານາທິບໍດີ Putin ​ໃຫ້​ຮູ້​ວ່າ: ບັນດາ​ໂຮງ​ງານ​ຜະລິດ​ທັງ​ໝົດ​ພາຍ​ໃນ​ປະ​ເທດ​ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍ​ດ ຖ້າ​ຫາກ​ບັນດາ​ມາດ​ຕະການ​ລົງ​ໂທ​ດ​ເລັ່ງ​ໃສ່​ດ້ານ​ສະບຽງ​ອາຫານ​ຂອງຝ່າຍ​ເອີ​ລົບ​ຕາ​ເວັນ​ຕົກ ສືບ​ຕໍ່​ໄດ້ຮັບ​ການ​ແກ່ຍາວຕື່ມ​ອີກ, ດັ່ງ​ນັ້ນ ມົດ​ສະ​ກູ ຈະ​ມານະ​ພະຍາຍາມ​ແກ່ຍາວ​ເວລາ​ສຳລັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ນີ້ ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Putin ກໍ່​ໃສ່​ໃຈ​ວ່າ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ລັດ​ເຊຍ ​ເອົາ​ໃຈ​ໃສ່​ເຖິງ​ສິນຄ້າ​ທີ່​ມີຄຸນ​ນະພາ​ບສູງ ດ້ວຍ​ລະດັບລາຄາ​ຖືກ​ທີ່​ສຸດ ​ເພາະສະ​ນັ້ນ ຕ້ອງ​ສ້າງ​ບັນດາເງື່ີອນ​ໄຂ​ແກ່ງ​ແຍ້​ງກັນ. ທ່ານປະທານາທິບໍດີ ລັດ​ເຊຍ ຢືນຢັນ​ວ່າ: ປະ​ເທດ​ນີ້ ສາມາດ​ຫັນ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງຝ່າຍ​​ຕາ​ເວັນ​ຕົກກາຍ​​ເປັນ​ທ່າ​​ໄກ້​ປຽບຢ່າງ​ສົນ​ບູນ​ແບບ.

 

 

 

ຂ່າວ/ບົດ​ອື່ນ