ຄຳເຫັນຂອງນາຍົກລັດຖະມົນຕີຫງວຽນເຕີນຢູ້ງທີ່ເວທີປາໄສເສດຖະກິດອາຊີຕາເວັນອອກ2014

ຄຳເຫັນຂອງນາຍົກລັດຖະມົນຕີຫງວຽນເຕີນຢູ້ງທີ່ເວທີປາໄສເສດຖະກິດອາຊີຕາເວັນອອກ2014 - ảnh 1

ທ່ານ​ຫງວຽນ​ເຕິ​ນຢຸງກ່າວ​ປາ​ໄສທີ່ເວລທີ​ປາ​ໄສ​ເສດຖະກິດ​ໂລກ 2014

(ພາບ: doisongphapluat.com)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ເສດຖະກິດ ອາຊີ ຕາ​ເວັນ​ອອກ ກໍ່​ຄື​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ​ຢູ່​ນອກ​ເຫດການ​ສຳຄັນ​ນີ້, ວັນ​ທີ 22/5, ທ່ານນາຍົກລັດຖະມົນຕີ ​ໄດ້ ຊີ້​ແຈ້ງ​ຈຸດປະສົງ​ຂອງ ຈີນ ​ເມື່ອ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິ​ດຈຳ​ເພາະ ​ແລະ ​ເຂ​ດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ຫາງ​ສຽງ​ພາຍ​ໃນ​ປະ​ເທດ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ພິ​ເສດ​ເມື່ອ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງຢືນວ່າ: “ຫວຽ​ດນາມ ຕັດສິນ​ໃຈ​ບໍ່​ແລກອະທິປະ​ໄຕ​ເອົາ​ຄວາມ​ມິດຕະພາບ​ແບບ​ລະ​ເມີ​ເຟີ​ຝັນ”, ຖື​ວ່າ: ນີ້​ແມ່ນ​ສຽງ​ເວົ້າ​ທີ່​ແຂງ​ແກ່ນ​ທີ່​ສຸດ​ກ່ຽວ​ກັບ​ເອກະລາດ, ຄວາມ​ເປັນ​ເຈົ້າ​ຕົນ​ເອງ, ​ອະທິປະ​ໄຕ ຂອງ​ປະ​ເທດຊາດ, ຕໍ່ໜ້າ​ປະຊາ​ຄົມ​ໂລກ. ບັນດາ ສສຊ ຫວຽດນາມ ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ລ້ວນ​ແຕ່​ສະ​ແດງ​ທັດສະນະ​ເຫັນ​ດີ​ເຫັນ​ພ້ອມ​ກັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູ້ງ.

ຄຳເຫັນຂອງນາຍົກລັດຖະມົນຕີຫງວຽນເຕີນຢູ້ງທີ່ເວທີປາໄສເສດຖະກິດອາຊີຕາເວັນອອກ2014 - ảnh 2
ທ່ານ ​ເຈີ​ນຢູລີກ, ສສຊ ນະຄອນ ​ໂຮ່ຈີ​ມິນ

ທ່ານ ​ເຈີ​ນຢູລີກ, ສສຊ ນະຄອນ ​ໂຮ່ຈີ​ມິນ, ຖື​ວ່າ:

    “ຂ້າພະ​ເຈົ້າ​ຕີ​ລາຄາ​ບັນດາ​ການສະ​ແດງທ່າ​ທີ​ຂອງ ຫວຽດນາມ ກໍ່​ເຮັດ​ໃຫ້ ຈີນ ຕ້ອງ​ເບິ່ງ​ຄືນ​ຜົນ​ປະ​ໂຫຍ​ດ ​ແລະ ຜົນ​ຮ້າຍ​ກ່ຽວ​ກັບນະ​ໂຍບາຍ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ຕ້ອງ​ພິຈາລະນາ​ຄືນ​ວ້ ໄດ້​ຮັບ​ຜົນ​ຫຍັງ ​ເມື່ອ​ປະຊາ​ຄົມ​ໂລກ​ພ້ອມ​ກັນ​ກ່າວ​ປະນາມ​ເຂົາ​ເຈົ້າ. ສຳລັບ ຫວຽດນາມ, ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ​​ແມ່ນ​ຕ້ອງ​ສາມັກຄີ​ທົ່ວ​ປວງ​ຊົນ ​ແລະ ມີ​ວິທີ​ຕໍ່​ສູ້​ເໝາະ​ສົມ, ຄົບ​ຊຸດ​ໃນ​ທຸກ​ດ້ານ.”

    ສ່ວນ​ທ່ານ​ຫງວຽນ​ບ໋າ​ທ່ວຽນ, ສສຊ ​ແຂວງ ​ເລີມ​ດົ່ງ, ​ເນັ້ນ​ໜັກ​ວ່າ:

    “ນາຍົກລັດຖະມົນຕີ​ໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ ​ແລະ ສະ​​ແດງ​ຄຸນ​ນະ​ທາດ​ຂອງ​ຕົນ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ບັນຫາ​ເຄັ່ງຮ້ອນ​ໃນ​ປະຈຸ​ບັນ. ​ກ່ອນ​ນີ້ ພວກ​ເຮົາ​ມີ​ຄຳ​ຂວັນ “ທົ່ງ​ນາ​ແມ່ນ​ສະໜາ​ບຮົບ, ຊາວ​ກະສິກຳ​ແມ່ນ​ນັກຮົບ, ຈົກ, ຄັນ​ໄຖ​ແມ່ນ​ອາວຸດ, ​ແນວ​ຫຼັງແຂ່ງຂັນ​ກັບແນວ​ໜ້າ”. ປະຈຸ​ບັນ ຂ້າພະ​ເຈົ້າ​ຂໍ​ປ່ຽນ​ຄືນ​ວ່າ: “ທະ​ເລ​ແມ່ນ​ສະໜາມຮົບ, ​ແຫ, ກຳ​ປັ່ນ​ແມ່ນ​ອາວຸດ, ດິນ​ຕໍ່​ແຜ່ນ​ແຂງ​ຂັນ​ກັບ​ທະ​ເລ, ໝູ່​ເກາະ” ​ເພື່ອ​ລະດົມ​ກຳລັງ​ໃຈປະຊາຊົນ​ຂອງ​ພວກ​ເຮົາ​ປົກ​ປັກຮັກສາ​ທະ​ເລ​ຂອງ​ລຸ້ນພໍ່​ລຸ້ນອ້າຍປະ​ໄວ້​ໃຫ້.”


ຂ່າວ/ບົດ​ອື່ນ