ງານຊຸມນຸມມິດຕິງ ຕອບສະໜອງວັນອາຊຽນ ປ້ອງກັນ ແລະ ຕ້ານໂລກໄຂ້ ເລືອດອອກ

ງານຊຸມນຸມມິດຕິງ ຕອບສະໜອງວັນອາຊຽນ ປ້ອງກັນ ແລະ ຕ້ານໂລກໄຂ້ ເລືອດອອກ  - ảnh 1

(ພາບ:canthotv.vn)

(vovworld)- ຕອນ​ເຊົ້າວັນ​ທີ 15/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ ​ແລະ ຫ້ອງການ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປະຈຳ​ຫວຽດນາມ (ອາ​ຊຽນ) ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງ​ຕອບ​ສະໜອງ​ “ວັນ​ອາ​ຊຽນປ້ອງ​ກັນ ​ແລະ ຕ້ານ​ໂລ​ກ​ໄຂ້​ເລືອດ​ອອກ” ຂັ້ນພາກ​ພື້ນຄັ້ງທີ 3. ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ສາທາລະນະ​ສຸກ ​ໄດ້​ປຸກລະດົມ​ບັ້ນອະນາ​ໄມ​ສິ່ງ​ແວດ​ລ້ອມ​ເພື່ອປ້ອງ​ກັນ ​ແລະ ຕ້ານ​ໂລ​ກ​ໄຂ້ເລືອດ​ອອກ. ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການປ້ອງ​ກັນ ​ແລະ ຕ້ານ​ໂລ​ກ​ໄຂ້ເລືອດ​ອອກພາກ​ພື້ນອາ​ຊຽນ ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ເມື່ອ​ວັນ​ທີ 14/6, ບັນດາ​ປະ​ເທດ​ສະມາຊິກ​ໄດ້​ຮັບຮອງ​ເອົາ​ຄຳ​ຮຽກຮ້ອງ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ໂລກລະບາດ, ​ເພີ່ມ​ທະວີ​ການ​ໂຄສະນາ​ສື່ສານ, ຂົນຂວາຍ​ການ​ເຂົ້າຮ່ວມ​ຂອງ​ປະ​ຊາຊົນ​ແຕ່ລະຄົນ ​ແລະ ວົງ​ຄະນາ​ຍາດ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວປ້ອງ​ກັນ ​ແລະ ຕ້ານ​ໂລ​ກ​ໄຂ້ຍຸງ. ທ່ານ​ຫງວຽນ​ແທງ​ລອງ, ຮອງລັດຖະມົນຕີກະຊວງ​ສາທາລະນະ​ສຸກ ​ເນັ້ນໜັກ​ວ່າ:

  “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ​ນະຄອນ ຈົ່ງ​ປຸກລະດົມ​ບັ້ນອະນາ​ໄມ​ສິ່ງ​ແວດ​ລ້ອມ, ຕອບ​ສະໜອງ ​“ວັນ​ອາ​ຊຽນປ້ອງ​ກັນ ​ແລະ ຕ້ານ​ໂລ​ກ​ໄຂ້ເລືອດ​ອອກໃນ​ເດືອນ 6/2013 ​ເຖິງ​ແຕ່ລະ​ເມືອງ, ຕາ​ແສງ ​ເພື່ອ​ສ້າງ​ເປັນ​ຂະ​ບວນການ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ໝູ່​ປະຊາຊົນ​ກ່ຽວ​ກັບ​ວຽກ​ງານ​ນີ້. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ຂະ​ແໜງ​ສາທາລະນະ​ສຸກ​ບັນດາ​ແຂວງ​ນະຄອນ ຈົ່ງ​ປະຕິບັດ​ວຽກ​ງານ​ເປັນ​ເສນາ​ທິການ​ໃຫ້​ອົງຄະ​ນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ​ເປັນ​ຢ່າງ​ດີ ​ເພື່ອ​ຄົ້ນພົບ, ປິດ​ລ້ອມ​ເຂດ​​​ເກີດໂລກ​ໄຂ້ເລືອດ​ອອກ​ແລະ ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ໃນ​ບໍລິ​ເວນ, ບໍ່​ໃຫ້​ໂລກລະບາດ​ດັ່ງກ່າວ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ, ຈຳກັດ​ຄວາມ​ເສຍ​ຫາຍ​ດ້ານ​ຊີວິດ​ອິນຊີ​ໃນ​ລະດັບ​ຕ່ຳ​ສຸດ”.

 

 

ຂ່າວ/ບົດ​ອື່ນ