ງານ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ໄຊ​ຊະ​ນະ Giron ຂອງ​ກູ​ບາ

(VOVWORLD) - ໄຊຊະນະ Giron ໄດ້ສ້າງຄວາມລະດົມກຳລັງໃຈອັນໃຫ່ຍຫຼວງ ສຳລັບຂະບວນການປົດປ່ອຍຊາດ ແລະ ຕໍ່ສູ້ຕ້ານຈັກກະພັດຢູ່ພາກພື້ນ ອາເມລິກາລາຕິນ ເວົ້າສະເພາະ ແລະ ໂລກເວົ້າລວມ.
ງານ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ໄຊ​ຊະ​ນະ Giron ຂອງ​ກູ​ບາ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີ

(ພາບ:TTXVN)

   ຕອນເຊົ້າວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບສະຫະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ-ກູບາ ໄດ້ຈັດ ງານຊຸມນຸມມິດຕິງສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ Giron ຂອງກູບາ.

   ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ໄຊຊະນະ Giron ໄດ້ສ້າງຄວາມລະດົມກຳລັງໃຈອັນໃຫ່ຍຫຼວງ ສຳລັບຂະບວນການປົດປ່ອຍຊາດ ແລະ ຕໍ່ສູ້ຕ້ານຈັກກະພັດຢູ່ພາກພື້ນ ອາເມລິກາລາຕິນ ເວົ້າສະເພາະ ແລະ ໂລກເວົ້າລວມ. ກ່ຽວກັບການພົວພັນສອງຝ່າຍ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ຢືນຢັນສາຍພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ກອງທັບ ແລະ ປຊຊ ຫວຽດນາມ-ກູບາ ຊື່ງຍາມໃດການນຳລຸ້ນຕ່າງໆຂອງສອງປະເທດກໍ່ໄດ້ເຄົາລົບ, ພັດທະນາ ແລະ ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ມີລັກສະນະສັນຍາລັກຂອງຍຸກມະໄໝ, ພ້ອມກັນນັ້ນ ທ່ານໄດ້ຂອບອົກຂອບໃຈປະເທດ ກູບາ ຊື່ງຍາມໃດກໍ່ຮຽງບ່າຮຽງໄລ່ກັບຫວຽດນາມ ໃນການຕໍ່ຕ້ານປົດປ່ອຍຊາດ ກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ.

    ສ່ວນທ່ານພັນເອກ Juan Miguel Garcia Montano ທູດທະຫານກູບາ ປະຈຳຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ມີການປະກອບສ່ວນຫຼາຍຢ່າງ ໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານການປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ