ງານຕະຫຼາດນັດການຄ້າສາກົນຫວຽດນາມຄັ້ງທີ 25 ຈະດຳເນີນແຕ່ 15-18/4

ງານຕະຫຼາດນັດການຄ້າສາກົນຫວຽດນາມຄັ້ງທີ 25 ຈະດຳເນີນແຕ່ 15-18/4 - ảnh 1
(ພາບປະກອບ)

(vovworld) - ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ“, ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ​ຄັ້ງ​ທີ 25 (VIETNAM ESPO 2015) ຈະ​ດຳ​ເນີນ​ຢູ່​ສູນ​ຕະຫຼາດນັດ​ວາງສະ​ແດງ​ຫວຽດນາມ 148 ຖະໜົນຢາງ​ຫວໍ, ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ທີ່​ມີ​ຄວາມ​ໝາຍ​ຂອງ​ຂະ​ແໜງ​ອຸດສາຫະກຳ​ຫວຽດນາມ, ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ບັນດາ​ລາຍການ​ຮ່ວມ​ມື, ສົ່ງ​ເສີມ​ການ​ຄ້າ, ການ​ສົ່ງ​ອອກ - ນຳ​ເຂົ້າ ​ແລະ ການ​ລົງທຶນ​ຢູ່​ຫວຽດນາມ. ຄາດ​ວ່າ, ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ ​ຄັ້ງ​ນີ້​, ມີ 720 ຮ້ານວາງສະ​ແດງ ຂອງ 600 ວິ​ສາ​ຫະກິດ​ທີ່​ມາ​ຈາກ 27 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຊັ່ນ: ອານ​ເຊຣີ, ອົດ​ສະ​ຕາ​ລີ, ອາ​ຟະ​ລິ​ກາ​ໃຕ້, ​ແອດ​ສະ​ປາຍ, ຈີນ ​ແລະ ຫວຽດນາມ. ສິນຄ້າ​ວາງສະ​ແດງ​ຢູ່​ທີ່​ນີ້​ແມ່ນ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ເຊັ່ນ: ​ເຄື່ອງ​ຈັກ, ອຸປະກອນ, ​ໄຟຟ້າ - ​ເອ​ເລກ​ໂຕ​ນິກ, ​ເຄື່ອງ​ອາ​ໄຫຼ່, ​ເຄື່ອງ​ໃຊ້​ໃນ​ຄອບຄົວ ​ແລະ ບັນດາ​ຜະລິດ​ຕະພັນ​ສົ່ງ​ເສີມ​ສຸຂະພາບ.

        ​ໃນ​ຂອບ​ເຂດ VIETNAM ESPO 2015 ຍັງ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເຊັ່ນ: ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ສົ່ງ​ອອກ, ການ​ພົບ​ປະ​ໂອ້​ລົມ​ສົ່ງ​ເສີມ​ການ​ຄ້າ​ລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ​ ກັບ​ສາກົນ, ພິທີ​ລົງ​ນາມ​ໃນ​ສັນຍາ​ດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ